2 ແລະເຮົາຈະຂຽນຂໍ້ຄວາມໃນແຜ່ນຫີນທີ່ເຈົ້າເຮັດແຕກນັ້ນ ໃສ່ຫີນສອງແຜ່ນນີ້. ແລ້ວໃຫ້ເຈົ້າບັນຈຸມັນໄວ້ໃນຫີບ.’
ໃນຫີບພັນທະສັນຍານັ້ນມີແຕ່ຫີນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ໄວ້ໃນນັ້ນຄາວຢູ່ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງອອກມາຈາກປະເທດເອຢິບ.
ຢູ່ໃນຫີບນັ້ນມີພຽງແຕ່ຫີນສອງແຜ່ນ ຊຶ່ງໂມເຊໄດ້ໃສ່ລົງໄວ້ໃນນັ້ນທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ໃນເວລາທີ່ພວກເຂົາໄດ້ອອກມາຈາກປະເທດເອຢິບ.
ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ.
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ຄືເທື່ອທຳອິດ ແລະເຮົາຈະຂຽນຖ້ອຍຄຳຂອງຫີນສອງແຜ່ນທຳອິດທີ່ແຕກນັ້ນໃສ່.
ແລ້ວເພິ່ນກໍເອົາຫີນສອງແຜ່ນໃສ່ລົງໃນຫີບພັນທະສັນຍາ. ເພິ່ນສອດຄານຫາມຄາໄວ້ ແລະເອົາພຣະທີ່ນັ່ງແຫ່ງພຣະຄຸນຊຶ່ງເປັນຝາ ອັດເທິງຫີບນັ້ນ.
ແລະຂ້າພະເຈົ້າໄດ້ກັບລົງມາຈາກພູ. ໂດຍໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ຂ້າພະເຈົ້າໄດ້ເອົາແຜ່ນຫີນໃສ່ໃນຫີບໄວ້ ແລະມັນກໍຢູ່ໃນທີ່ນັ້ນຕະຫລອດມາ.” (
ພຣະອົງໄດ້ບອກພວກເຈົ້າວ່າຕ້ອງເຮັດຢ່າງໃດ ເພື່ອຖືຮັກສາພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກເຈົ້າ ຄືໃຫ້ພວກເຈົ້າປະຕິບັດຕາມພຣະຄຳສັ່ງສິບຂໍ້ ທີ່ພຣະອົງໄດ້ຈາລຶກໄວ້ໃນຫີນສອງແຜ່ນ.
ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາລຶກພັນທະສັນຍາແລ້ວ.