Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະບັນຍັດສອງ 1:3 - ພຣະຄຳພີສັກສິ

3 ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ.

Uka jalj uñjjattʼäta Copia luraña




ພຣະບັນຍັດສອງ 1:3
6 Jak'a apnaqawi uñst'ayäwi  

ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,


ໃນ​ເດືອນ​ທຳອິດ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກາເດັດ. ນາງ​ມີຣີອາມ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ.


ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ປະໂຣຫິດ​ອາໂຣນ​ໄດ້​ຂຶ້ນ​ໄປ​ທີ່​ພູ​ໂຮເຣ ແລະ​ໄດ້​ຕາຍ​ຢູ່​ທີ່​ພູ​ນີ້​ເມື່ອ​ອາຍຸ​ເພິ່ນ​ໄດ້ 123 ປີ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫ້າ​ອັນ​ກົງ​ກັບ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka