2 ການເດີນທາງຈາກພູເຂົາຊີນາຍເຖິງເມືອງກາເດັດບາກເນອາ ຜ່ານເຂດພູດອຍໃນດິນແດນເອໂດມໄປນັ້ນ ຕ້ອງໃຊ້ເວລາເຖິງສິບເອັດວັນ.)
ຢາໂຄບໄດ້ໃຊ້ຄົນນຳຂ່າວໄປບອກເອຊາວອ້າຍຂອງຕົນ ທີ່ເມືອງເສອີໃນດິນແດນເອໂດມ.
ເຮົາຈະຢືນຢູ່ຂ້າງໜ້າເຈົ້າເທິງຫີນດານທີ່ພູເຂົາໂຮເຣັບ. ຈົ່ງໃຊ້ໄມ້ເທົ້າຂອງເຈົ້າຕີໂງ່ນຫີນ ແລະນໍ້າກໍຈະໄຫລອອກມາໃຫ້ປະຊາຊົນດື່ມ.” ໂມເຊຈຶ່ງປະຕິບັດຕາມທີ່ໄດ້ບອກນັ້ນ ຢູ່ທ່າມກາງບັນດາຜູ້ນຳຂອງປະຊາຊົນອິດສະຣາເອນ.
ມື້ໜຶ່ງ ໃນຂະນະທີ່ໂມເຊກຳລັງລ້ຽງຝູງແກະ ແລະຝູງແບ້ຂອງເຢທະໂຣ ພໍ່ເຖົ້າຂອງຕົນຜູ້ທີ່ເປັນປະໂຣຫິດຂອງຊາວມີດີອານ ລາວໄດ້ຕ້ອນຝູງສັດເລີຍຂ້າມຖິ່ນແຫ້ງແລ້ງກັນດານໄປທີ່ຊີນາຍພູເຂົາຂອງພຣະເຈົ້າ.
ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ.
ໂມເຊແລະອາໂຣນໄດ້ເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ແລະເມື່ອອອກມາແລ້ວ ພວກເພິ່ນທັງສອງໄດ້ອວຍພອນປະຊາຊົນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍປາກົດໃຫ້ປະຊາຊົນທັງໝົດໄດ້ເຫັນ.
ພວກນັກສືບສອດແນມຈຶ່ງກັບຄືນມາຫາໂມເຊ, ອາໂຣນ ແລະຊຸມຊົນອິດສະຣາເອນທັງໝົດທີ່ກາເດັດ ຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ. ພວກເຂົາໄດ້ລາຍງານສິ່ງທີ່ພວກເຂົາໄດ້ເຫັນ ແລະໄດ້ເອົາໝາກໄມ້ທີ່ພວກເຂົາໄດ້ນຳມານັ້ນໃຫ້ເບິ່ງ.
ຕອນເມື່ອຂ້າພະເຈົ້າໄດ້ໃຊ້ພໍ່ຂອງພວກເຈົ້າຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້ານີ້ແຫຼະ.
“ພວກເຮົາໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້. ພວກເຮົາໄດ້ຈາກພູເຂົາຊີນາຍແລະເດີນທາງຜ່ານ ຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່ແລະໜ້າຢ້ານ ໄປຕາມທາງສູ່ເຂດເນີນພູຂອງຊາວອາໂມ. ເມື່ອພວກເຮົາໄດ້ມາຮອດເມືອງກາເດັດບາກເນອາ
ແລ້ວຊາວອາໂມທີ່ໄດ້ອາໄສຢູ່ຕາມເຂດເນີນພູ ກໍອອກມາສູ້ຮົບພວກເຈົ້າ ເໝືອນດັ່ງໂຕເຜິ້ງທີ່ບິນອອກຈາກຮັງຂອງມັນ. ພວກເຂົາໄດ້ໄລ່ຕາມລ່າພວກເຈົ້າໃນເຂດເອໂດມມາຈົນເຖິງໂຮມາ ແລະຊະນະພວກເຈົ້າຢູ່ທີ່ນັ້ນ.
ໃນທີ່ສຸດ ພວກເຮົາກໍໄດ້ກັບຄືນກັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຕາມທາງສູ່ອ່າວອາກາບາ ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ແລະພວກເຮົາໄດ້ໃຊ້ເວລາດົນນານທ່ອງທ່ຽວໄປມາ ຕາມເຂດເນີນພູເອໂດມ.
ພຣະອົງໄດ້ສັ່ງຂ້າພະເຈົ້າໃຫ້ແນະນຳພວກເຈົ້າດັ່ງຕໍ່ໄປນີ້: ‘ພວກເຈົ້າເກືອບຈະເດີນທາງຜ່ານເຂດພູດອຍເອໂດມ ເຂດແດນຂອງຍາດພີ່ນ້ອງຫ່າງໆຂອງພວກເຈົ້າ ຄືບັນດາເຊື້ອສາຍຂອງເອຊາວ. ພວກເຂົາຈະຢ້ານກົວພວກເຈົ້າ,
ສະນັ້ນ ພວກເຮົາຈຶ່ງເດີນທາງຕໍ່ ໂດຍແຍກອອກຈາກທາງໄປເມືອງເອລາດ ແລະເມືອງເອຊີໂອນເກເບສູ່ທະເລຕາຍ; ແລ້ວກໍລ້ຽວໄປທາງຕາເວັນອອກສ່ຽງເໜືອ ມຸ່ງສູ່ດິນແດນໂມອາບ.
ເມື່ອພຣະເຈົ້າຢາເວໃຊ້ພວກເຈົ້າໄປຈາກເມືອງກາເດັດບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງຫລືເຊື່ອຟັງພຣະອົງ.
ມື້ໜຶ່ງ ມີບາງຄົນຈາກເຜົ່າຢູດາໄດ້ມາຫາໂຢຊວຍທີ່ເມືອງກິນການ. ກາເລັບ ລູກຊາຍຂອງເຢຟຸນເນຊາວເກນິດ ແມ່ນຜູ້ໜຶ່ງໃນຈຳນວນພວກນີ້. ລາວໄດ້ກ່າວແກ່ໂຢຊວຍວ່າ, “ທ່ານກໍຮູ້ເຖິງເລື່ອງທີ່ພຣະເຈົ້າຢາເວໄດ້ກ່າວທີ່ກາເດັດບາກເນອາ ເລື່ອງຂອງທ່ານແລະຂ້າພະເຈົ້າແກ່ໂມເຊຄົນຂອງພຣະເຈົ້າ.