Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະບັນຍັດສອງ 1:1 - ພຣະຄຳພີສັກສິ

1 ພຣະທຳ​ເຫຼັ້ມ​ນີ້​ໄດ້​ບັນທຶກ​ຖ້ອຍຄຳ​ຂອງ​ໂມເຊ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ຄາວ​ທີ່​ພວກເຂົາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ທົ່ງ​ຮາບພຽງ​ຈໍແດນ​ໃກ້​ຊູຟະ ລະຫວ່າງ​ເມືອງ​ປາຣານ​ດ້ານ​ໜຶ່ງ ແລະ​ເມືອງ​ຕ່າງໆ​ອີກ​ດ້ານ​ໜຶ່ງ ເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ​ດີຊາຮາບ. (

Uka jalj uñjjattʼäta Copia luraña




ພຣະບັນຍັດສອງ 1:1
29 Jak'a apnaqawi uñst'ayäwi  

ຜູ້​ເປັນ​ແມ່​ໄດ້​ໄປ​ຫາ​ເມຍ​ຈາກ​ປະເທດ​ເອຢິບ​ມາ​ໃຫ້​ລາວ.


ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ມີດີອານ​ໄປ​ທີ່​ເມືອງ​ປາຣານ ຊຶ່ງ​ມີ​ຊາວ​ປາຣານ​ບາງຄົນ​ໄດ້​ຮ່ວມ​ໄປ​ນຳ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ເດີນທາງ​ໄປ​ປະເທດ​ເອຢິບ ແລະ​ໄປ​ເຝົ້າ​ກະສັດ​ຟາໂຣ; ກະສັດ​ຜູ້​ນີ້​ໄດ້​ເອົາ​ດິນແດນ​ບາງ​ຕອນ ແລະ​ເຮືອນ​ຫລັງ​ໜຶ່ງ​ໃຫ້​ຮາດາດ ແລະ​ຈັດຫາ​ສະບຽງ​ອາຫານ​ໃຫ້​ລາວ.


ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ, ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.


ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ແລ້ວ​ປະຊາຊົນ​ກໍໄດ້​ຍົກຍ້າຍ​ໄປ​ສູ່ ຮາເຊໂຣດ ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ.


ແລ້ວ​ພວກເຂົາ​ກໍ​ຈາກ​ເມືອງ​ຮາເຊໂຣດ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ພວກ​ນັກສືບ​ສອດແນມ​ຈຶ່ງ​ກັບຄືນ​ມາ​ຫາ​ໂມເຊ, ອາໂຣນ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ. ພວກເຂົາ​ໄດ້​ລາຍງານ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ແລະ​ໄດ້​ເອົາ​ໝາກໄມ້​ທີ່​ພວກເຂົາ​ໄດ້​ນຳ​ມາ​ນັ້ນ​ໃຫ້​ເບິ່ງ.


ໂມເຊ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ເພິ່ນ​ໄດ້​ສົ່ງ​ພວກ​ຜູ້ນຳ​ອອກ​ໄປ​ດັ່ງນີ້: ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍ​ຂອງ​ຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍ​ຂອງ​ໂຮຣີ ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ອິດຊາຄາ ອີການ ລູກຊາຍ​ຂອງ​ໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍ​ຂອງ​ນູນ ເບັນຢາມິນ ປານຕີ ລູກຊາຍ​ຂອງ​ຣາຟູ ເຊບູໂລນ ກາດດີເອນ ລູກຊາຍ​ຂອງ​ໂສດີ ມານາເຊ ກາດດີ ລູກຊາຍ​ຂອງ​ສູສີ ດານ ອາມມີເອນ ລູກຊາຍ​ຂອງ​ເກມາລີ ອາເຊ ເສທູເຣ ລູກຊາຍ​ຂອງ​ມີກາເອນ ເນັບທາລີ ນາບີ ລູກຊາຍ​ຂອງ​ວົບສີ ກາດ ເກອູເອນ ລູກຊາຍ​ຂອງ​ມາກີ


ພວກເຮົາ​ຈະ​ບໍ່​ເອົາ​ດິນແດນ​ສ່ວນ​ໃດໆ​ທີ່​ທາງ​ຟາກ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ​ອີກ ເພາະ​ໄດ້​ຮັບ​ສ່ວນ​ແບ່ງ​ຢູ່​ທີ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ແລ້ວ.”


ພວກເຮົາ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ສູ້ຮົບ​ໃນ​ດິນແດນ​ການາອານ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ດິນແດນ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ມາ​ເປັນ​ສ່ວນ​ຂອງ​ພວກເຮົາ.”


ກະລຸນາ​ມອບ​ດິນແດນ​ເຫຼົ່ານີ້​ໃຫ້​ເປັນ​ສົມບັດ​ຂອງ​ພວກເຮົາ​ເຖີດ ແລະ​ຢ່າ​ໃຫ້​ພວກເຮົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ທາງ​ຟາກ​ພຸ້ນ​ເລີຍ.”


ຄື​ດິນແດນ​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.”


ສາມ​ເມືອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ອີກ​ສາມ​ເມືອງ​ຢູ່​ໃນ​ດິນແດນ​ການາອານ ເພື່ອ​ໃຫ້​ເປັນ​ເມືອງ​ລີ້ໄພ.


ສະນັ້ນ ພວກເຮົາ​ຈຶ່ງ​ເດີນທາງ​ຕໍ່ ໂດຍ​ແຍກ​ອອກ​ຈາກ​ທາງ​ໄປ​ເມືອງ​ເອລາດ ແລະ​ເມືອງ​ເອຊີໂອນເກເບ​ສູ່​ທະເລຕາຍ; ແລ້ວ​ກໍ​ລ້ຽວ​ໄປ​ທາງ​ຕາເວັນອອກ​ສ່ຽງເໜືອ ມຸ່ງສູ່​ດິນແດນ​ໂມອາບ.


ແລ້ວ​ໂມເຊ ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ຄຳແນະນຳ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ວັນນີ້.


ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.


ໂມເຊ​ໄດ້​ສືບຕໍ່​ໂອ້ລົມ​ກັບ​ປະຊາຊົນ​ອິດສະຣາເອນ


ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ໝັ່ນ​ຮຽນ​ເອົາ​ແລະ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka