Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 9:9 - ພຣະຄຳພີສັກສິ

9 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ອົງ​ຊົງ​ເມດຕາ​ແລະ​ໃຫ້​ອະໄພ​ແກ່​ພວກ​ຂ້ານ້ອຍ ເຖິງ​ແມ່ນ​ວ່າ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຕໍ່ສູ້​ພຣະອົງ​ກໍຕາມ.

Uka jalj uñjjattʼäta Copia luraña




ດານີເອນ 9:9
28 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ ໃນ​ເມື່ອ​ພວກເຂົາ​ຫັນໜ້າ​ມາທາງ​ສະຖາທີ່​ນີ້ ແລະ​ພາວັນນາ​ອະທິຖານ. ຂໍໂຜດ​ຟັງ​ພວກ​ຂ້ານ້ອຍ​ຈາກ​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ແລະ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ແຕ່​ຍ້ອນ​ພຣະເມດຕາ​ຊົງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ ແລະ​ທຳລາຍ​ພວກເພິ່ນ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຊົງຄຸນງາມ​ຄວາມດີ ທັງ​ຊົງ​ເມດຕາ​ແລະ​ເອັນດູ​ດ້ວຍ.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ອິດສະຣາເອນ​ເອີຍ ຈົ່ງ​ວາງໃຈ​ໃນ​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ນັ້ນ​ໝັ້ນຄົງ. ແລະ​ພຣະອົງ​ກໍ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນໄພ​ຢູ່​ສະເໝີ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ດີ​ຕໍ່​ພວກ​ຂ້ານ້ອຍ​ແທ້ໆ ທັງ​ຍົກໂທດ​ໃຫ້​ອະໄພ​ແກ່​ຂ້ານ້ອຍ​ດ້ວຍ. ຊົງ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ຕໍ່​ທຸກຄົນ​ທີ່​ພາວັນນາ​ອະທິຖານ​ຫາ​ພຣະອົງ​ນັ້ນ.


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຮົາ ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ; ຂ້ອຍ​ຈະ​ບອກ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ອວຍພອນ​ແກ່​ປະຊາຊົນ​ຢ່າງ​ບໍ່​ອັ້ນ ຄື​ປະຊາຊົນ​ອິດສະຣາເອນ ເພາະ​ຄວາມ​ເມດຕາ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.


ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ພວກ​ຂ້ານ້ອຍ​ບໍ່ໄດ້​ຍອມ​ຟັງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ​ຜູ້​ທີ່​ເວົ້າ​ໃນ​ນາມ​ຂອງ​ພຣະອົງ​ຕໍ່​ບັນດາ​ກະສັດ​ບັນດາ​ຜູ້ປົກຄອງ ບັນດາ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຊົນຊາດ​ທັງໝົດ​ຂອງ​ພວກ​ຂ້ານ້ອຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ບັນດາ​ກະສັດ, ພວກ​ຜູ້ປົກຄອງ ແລະ​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka