ດານີເອນ 9:8 - ພຣະຄຳພີສັກສິ8 ຂ້າແດ່ພຣະເຈົ້າຢາເວ ບັນດາກະສັດ, ພວກຜູ້ປົກຄອງ ແລະພວກບັນພະບຸລຸດຂອງພວກຂ້ານ້ອຍ ໄດ້ເຮັດໃນສິ່ງທີ່ໜ້າອັບອາຍ ແລະເຮັດບາບຕໍ່ສູ້ພຣະອົງ. Uka jalj uñjjattʼäta |
ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.