Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 9:7 - ພຣະຄຳພີສັກສິ

7 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.

Uka jalj uñjjattʼäta Copia luraña




ດານີເອນ 9:7
34 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ຍຸດຕິທຳ, ແຕ່​ພຣະອົງ​ກໍ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຍັງ​ມີ​ຊີວິດ​ຢູ່. ພວກ​ຂ້ານ້ອຍ​ຂໍ​ສາລະພາບ​ຄວາມຜິດ​ຂອງ​ພວກ​ຂ້ານ້ອຍ​ຕໍ່​ພຣະອົງ; ພວກ​ຂ້ານ້ອຍ​ບໍ່ມີ​ສິດ​ຫຍັງ​ທີ່​ຈະ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ.”


ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍຸດຕິທຳ ແລະ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຍຸດຕິທຳ​ດ້ວຍ.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ​ຢູ່​ເລື້ອຍ​ມາ ຈຶ່ງ​ເຕັມ​ໄປ​ແຕ່​ຄວາມ​ອັບອາຍ​ຂາຍໜ້າ


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.


ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’


ແລະ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ດັ່ງ​ຄົນ​ກຳລັງ​ເຝົ້າ​ທົ່ງນາ ເພາະ​ປະຊາຊົນ​ໃນ​ດິນແດນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແຕ່​ແມ່ນ​ເຮົາ​ແທ້​ບໍ ທີ່​ພວກເຂົາ​ກຳລັງ​ເຮັດ​ໃຫ້​ເຈັບຊໍ້າ​ໜຳໃຈ? ບໍ່ແມ່ນ​ເຮົາ​ດອກ ແຕ່​ແມ່ນ​ພວກເຂົາ​ເຮັດ​ໃຫ້​ພວກເຂົາ​ເອງ​ເຈັບຊໍ້າ​ໜຳໃຈ ແລະ​ນຳ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ພວກເຂົາ​ເອງ.


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ພວກເຈົ້າ​ຈະ​ຈົດຈຳ​ຄວາມ​ປະພຶດ​ຊົ່ວ ແລະ​ການ​ເຮັດ​ຜິດ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ກະທຳ ແລະ​ພວກເຈົ້າ​ຈະ​ເບື່ອໜ່າຍ​ຕົນເອງ ເພາະ​ການບາບ​ແລະ​ການ​ອະທຳ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ພວກ​ທີ່​ຢູ່​ຫ່າງໄກ​ຈະ​ເຈັບໄຂ້ ແລະ​ຕາຍ; ພວກ​ທີ່​ຢູ່​ອ້ອມແອ້ມ​ຈະ​ຖືກ​ຂ້າ​ໃນ​ສົງຄາມ; ພວກ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ອຶດ​ຕາຍ. ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ສຸດຂີດ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ຕຽມ​ທີ່​ຈະ​ລົງໂທດ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ກໍໄດ້​ປະຕິບັດ​ຕາມນັ້ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແລະ​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້​ຍອມ​ຟັງ​ພຣະອົງ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ພວກ​ຂ້ານ້ອຍ ໂຜດ​ຫລຽວ​ເບິ່ງ​ພວກ​ຂ້ານ້ອຍ ແລະ​ໂຜດ​ເບິ່ງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ຂ້ານ້ອຍ​ກຳລັງ​ປະເຊີນ​ຢູ່ ພ້ອມທັງ​ຄວາມ​ທົນທຸກ​ໃນ​ເມືອງ​ທີ່​ຮັບ​ເອົາ​ນາມ​ພຣະອົງ​ດ້ວຍ. ພວກ​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ​ຫາ​ພຣະອົງ ບໍ່ແມ່ນ​ຍ້ອນ​ພວກ​ຂ້ານ້ອຍ​ກະທຳ​ໃນ​ສິ່ງ​ທີ່​ຖືກຕ້ອງ ແຕ່​ຍ້ອນ​ພຣະອົງ​ມີ​ຄວາມ​ເມດຕາ.


ຂ້າແດ່​ພຣະເຈົ້າຢາເວ ບັນດາ​ກະສັດ, ພວກ​ຜູ້ປົກຄອງ ແລະ​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ.


ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka