ດານີເອນ 9:6 - ພຣະຄຳພີສັກສິ6 ພວກຂ້ານ້ອຍບໍ່ໄດ້ຍອມຟັງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງພຣະອົງຜູ້ທີ່ເວົ້າໃນນາມຂອງພຣະອົງຕໍ່ບັນດາກະສັດບັນດາຜູ້ປົກຄອງ ບັນດາບັນພະບຸລຸດຂອງພວກຂ້ານ້ອຍ ແລະຊົນຊາດທັງໝົດຂອງພວກຂ້ານ້ອຍ. Uka jalj uñjjattʼäta |
ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງໄດ້ເຮັດບາບຢ່າງໃຫຍ່ຫລວງ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍຂອງພວກຂ້ານ້ອຍຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດແລະບັນດາປະໂຣຫິດຂອງພວກຂ້ານ້ອຍ ຈຶ່ງໄດ້ຕົກຢູ່ໃນອຳນາດຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຖືກຂ້າ, ຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຂາຍໜ້າທີ່ສຸດ ແລະກໍຍັງອັບອາຍຢູ່ເທົ່າທຸກວັນນີ້.
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ