ດານີເອນ 9:5 - ພຣະຄຳພີສັກສິ5 ພວກຂ້ານ້ອຍເຮັດບາບ, ເຮັດຊົ່ວ ແລະເຮັດຜິດ. ພວກຂ້ານ້ອຍບໍ່ໄດ້ເຮັດຕາມທີ່ພຣະອົງສັ່ງໃຫ້ເຮັດ ແລະໄດ້ປະຕິເສດສິ່ງຖືກຕ້ອງທີ່ພຣະອົງສຳແດງໃຫ້ເຫັນ. Uka jalj uñjjattʼäta |
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.
ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’