ດານີເອນ 9:3 - ພຣະຄຳພີສັກສິ3 ຂ້າພະເຈົ້າຕັ້ງໜ້າພາວັນນາອະທິຖານຂໍຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ, ຖືສິນອົດອາຫານ, ນຸ່ງເສື້ອຜ້າກະສອບເຂົ້າ ແລະນັ່ງໃນຂີ້ເຖົ່າໄຟ. Uka jalj uñjjattʼäta |
ໃນມື້ທີຊາວສີ່ ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈສຳລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວ ອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບການຜິດບາບຂອງພວກເຂົາເອງ ແລະຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ.
“ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ພາກັນຖືສິນອົດອາຫານ ແລະພາວັນນາອະທິຖານເພື່ອຂ້ອຍ. ຢ່າກິນ ຫລືດື່ມຫຍັງພາຍໃນສາມວັນສາມຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ. ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.
ຂ້າພະເຈົ້າພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ແລະສາລະພາບການບາບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ສູງສຸດ ແລະພຣະເຈົ້າທີ່ໜ້າຢຳເກງຢ້ານກົວ. ພຣະອົງເຮັດຕາມພັນທະສັນຍາຂອງພຣະອົງ ແລະສຳແດງຄວາມຮັກອັນໝັ້ນຄົງຕໍ່ຜູ້ທີ່ຮັກພຣະອົງ ແລະຕໍ່ຜູ້ທີ່ປະຕິບັດຕາມຄຳສັ່ງຂອງພຣະອົງ.