ດານີເອນ 9:2 - ພຣະຄຳພີສັກສິ2 ຂ້າພະເຈົ້າໄດ້ເຂົ້າໃຈຈຳນວນປີໃນໜັງສືຕ່າງໆທີ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ກັບຜູ້ທຳນວາຍເຢເຣມີຢາວ່າ ນະຄອນເຢຣູຊາເລັມຕ້ອງຕົກໃນສະພາບຮົກຮ້າງເພພັງເປັນເວລາເຈັດສິບປີ. Uka jalj uñjjattʼäta |
ນະຄອນເຢຣູຊາເລັມແລະເມືອງທັງໝົດຂອງຢູດາຍ ພ້ອມທັງບັນດາກະສັດແລະພວກເຈົ້ານາຍໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າເມືອງເຫຼົ່ານີ້ຈະກາຍເປັນເມືອງຮົກຮ້າງຫວ່າງຄົນ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະເພື່ອວ່າປະຊາຊົນຈະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ດັ່ງທີ່ພວກເຂົາຍັງປະຕິບັດກັນຢູ່.
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’