ດານີເອນ 9:12 - ພຣະຄຳພີສັກສິ12 ພຣະອົງໄດ້ເຮັດຕໍ່ພວກຂ້ານ້ອຍ ແລະພວກຜູ້ປົກຄອງ ຕາມທີ່ພຣະອົງໄດ້ກ່າວໄວ້. ພຣະອົງລົງໂທດນະຄອນເຢຣູຊາເລັມຮ້າຍແຮງ ກວ່າເມືອງໃດໆໃນແຜ່ນດິນໂລກ Uka jalj uñjjattʼäta |
ແຕ່ເມື່ອຜູ້ຮັບໃຊ້ຂອງເຮົາເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນຳຂ່າວມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ຄຳເວົ້າທັງແຜນການກາຍເປັນຈິງ ເຮົາບອກນະຄອນເຢຣູຊາເລັມວ່າປະຊາຊົນຈະຢູ່ທີ່ນັ້ນອີກ ບອກຊາວຢູດາວ່າເມືອງຈະຖືກສ້າງຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງຈະຖືກສ້າງຂຶ້ນໃໝ່ທັງນັ້ນ.
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’