Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 9:1 - ພຣະຄຳພີສັກສິ

1 ດາຣິອຸດ​ຄົນ​ເມເດຍ​ລູກຊາຍ​ຂອງ​ເຊເຊັດ ໄດ້​ປົກຄອງ​ອານາຈັກ​ບາບີໂລນ​ໃນ​ປີ​ທຳອິດ.

Uka jalj uñjjattʼäta Copia luraña




ດານີເອນ 9:1
9 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.


ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.


ດານີເອນ​ໄດ້​ຮັບໃຊ້​ໃນ​ຣາຊການ​ເລື້ອຍ​ມາ ຈົນເຖິງ​ສະໄໝ​ຂອງ​ເຈົ້າໄຊຣັດ ກະສັດ​ແຫ່ງ​ເປີເຊຍ ຕີ​ເອົາ​ບາບີໂລນ​ໄດ້.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ໃນ​ຕົ້ນປີ​ທີໜຶ່ງ​ຂອງ​ຣາຊການ​ຂອງ​ດາຣີອຸດ​ຄົນ​ມີເດຍ ເຮົາ​ໄດ້​ຢືນຢັດ ແລະ​ສະໜັບ​ສະໜູນ​ປ້ອງກັນ​ເພິ່ນ.


ດາຣິອຸດ​ຄົນ​ເມເດຍ​ຜູ້​ມີ​ອາຍຸ​ປະມານ​ຫົກສິບສອງ​ປີ ໄດ້​ຢຶດ​ອຳນາດ​ປົກຄອງ​ອານາຈັກ.


ເຈົ້າດາຣິອຸດ​ໄດ້​ຕັດສິນໃຈ​ແຕ່ງຕັ້ງ​ເຈົ້າແຂວງ ໜຶ່ງຮ້ອຍ​ຊາວ​ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ເພິ່ນ.


ຕໍ່ມາ ດານີເອນ​ໄດ້​ຮັບ​ຕຳແໜ່ງ​ອັນ​ສຳຄັນ​ຫລາຍ ໃນ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແລະ​ໃນ​ຣາຊການ​ຂອງ​ກະສັດ​ໄຊຣັດ​ຄົນ​ເປີເຊຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka