9 ແລ້ວກໍມີເຂົານ້ອຍອັນໜຶ່ງປົ່ງອອກມາຈາກເຂົາອັນໜຶ່ງໃນສີ່ເຂົານີ້ ມັນໄດ້ສະແດງອຳນາດຂອງມັນໄປທາງທິດໃຕ້ແລະທິດຕາເວັນອອກ ແລະໄປສູ່ດິນແດນແຫ່ງພຣະສັນຍາ.
ພຣະເຈົ້າຢາເວໄດ້ໃຫ້ປະຊາຊົນຂອງພຣະອົງທະວີຫລາຍຂຶ້ນ ແລະໃຫ້ພວກເຂົາເຂັ້ມແຂງກວ່າພວກສັດຕູດ້ວຍ.
ຊີໂອນພູຂອງພຣະເຈົ້າສູງສົ່ງແລະງາມຫລາຍ ນະຄອນຂອງກະສັດຜູ້ຍິ່ງໃຫຍ່ທີ່ນຳເອົາຄວາມຊົມຊື່ນຍິນດີມາສູ່ທົ່ວທັງແຜ່ນດິນໂລກ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ເຮົາຢາກຮັບເຈົ້າເປັນລູກຊາຍຂອງເຮົາແທ້ໆ ແລະມອບດິນແດນໃຫ້ເປັນບ່ອນທີ່ມີຄວາມຍິນດີ ຄືດິນແດນທີ່ສວຍງາມທີ່ສຸດໃນທົ່ວທັງໂລກນີ້. ເຮົາຢາກໃຫ້ເຈົ້າເອີ້ນເຮົາວ່າ ບິດາ ແລະ ບໍ່ຫັນໜີຈາກເຮົາໄປອີກຈັກເທື່ອ.
ສະນັ້ນ ເຮົາຈຶ່ງໄດ້ສັນຍາໄວ້ໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະບໍ່ນຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ຄືດິນແດນໜຶ່ງທີ່ອຸດົມສົມບູນແລະຮັ່ງມີແລະດີເລີດ.
ໃນເວລານັ້ນ ເຮົາໄດ້ສັນຍາກັບພວກເຂົາວ່າເຮົາຈະເອົາພວກເຂົາອອກມາຈາກປະເທດເອຢິບ ແລະນຳພວກເຂົາໄປສູ່ດິນແດນໜຶ່ງທີ່ເຮົາໄດ້ເລືອກໄວ້ໃຫ້ພວກເຂົາ ເປັນດິນແດນທີ່ອຸດົມສົມບູນແລະຮັ່ງມີ ທັງເປັນດິນແດນດີທີ່ສຸດໃນດິນແດນທັງໝົດດ້ວຍ.
ຊາວຊີເຣຍຜູ້ບຸກຮຸກຈະເຮັດທຸກຢ່າງຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວຈະຢູ່ໃນດິນແດນແຫ່ງພຣະສັນຍາ ແລະຈະມີອຳນາດສົມບູນໃນດິນແດນນັ້ນ.
ເທວະດາໄດ້ອະທິບາຍຕໍ່ໄປວ່າ, “ກະສັດແຫ່ງຊີເຣຍຜູ້ຕໍ່ໄປ ຈະເປັນຄົນຊົ່ວຮ້າຍ ຜູ້ບໍ່ມີສິດທີ່ຈະເປັນກະສັດ, ແຕ່ລາວຈະຂຶ້ນເປັນກະສັດຢ່າງບໍ່ມີຜູ້ໃດຄາດຄິດ ໂດຍໃຊ້ກົນອຸບາຍຢຶດຄອງອຳນາດ.
ໃນຂະນະທີ່ຂ້າພະເຈົ້າກຳລັງຈ້ອງເບິ່ງເຂົາເຫຼົ່ານັ້ນ ຂ້າພະເຈົ້າກໍເຫັນເຂົານ້ອຍໆອັນໜຶ່ງປົ່ງອອກມາຈາກເຂົາທັງໝົດ ແລະເຮັດໃຫ້ເຂົາສາມອັນໃນນັ້ນຫລ່ອນອອກ. ເຂົານ້ອຍນີ້ມີຕາເໝືອນມະນຸດ ແລະມີປາກເວົ້າຄູຍໂມ້ໂອ້ອວດຢ່າງຈອງຫອງ.
ແລະເຮົາໄດ້ກວາດພວກເຂົາເໝືອນລົມພະຍຸພັດ ໃຫ້ໜີໄປອາໄສຢູ່ໃນຕ່າງປະເທດ. ດັ່ງນັ້ນ ດິນແດນທີ່ອຸດົມຮັ່ງມີນີ້ຈຶ່ງຖືກປະປ່ອຍໃຫ້ເປົ່າປ່ຽວເປັນຕາໜ້າຢ້ານກົວ ແລະບໍ່ມີຜູ້ໃດຢູ່ອາໄສ.”