Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 8:8 - ພຣະຄຳພີສັກສິ

8 ຝ່າຍ​ແບ້​ກໍ​ຍິ່ງ​ມີ​ຄວາມ​ເຍີ້ຍິ່ງ​ຈອງຫອງ​ຫລາຍ​ຂຶ້ນ ແລ້ວ​ໃນ​ເວລາ​ທີ່​ມັນ​ມີ​ອຳນາດ​ແຂງ​ຫລາຍ​ນັ້ນ ເຂົາ​ຂອງ​ມັນ​ໄດ້​ຫັກ​ອອກ, ແຕ່​ມີ​ສີ່​ເຂົາ​ທີ່​ສຳຄັນ​ໄດ້​ປົ່ງ​ອອກ​ມາ​ແທນ ແຕ່ລະ​ເຂົາ​ກໍ​ຊີ້​ໄປ​ທິດທາງ​ຕ່າງກັນ.

Uka jalj uñjjattʼäta Copia luraña




ດານີເອນ 8:8
19 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ບັດນີ້ ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທົ່ວ​ທັງ​ອານາຈັກ​ແລ້ວ​ວ່າ ມໍເດໄກ​ມີ​ອຳນາດ​ໃນ​ຣາຊວັງ ແລະ​ມີ​ອຳນາດ​ຫລາຍ​ຂຶ້ນ​ເລື້ອຍໆ.


ເຮົາ​ຈະ​ເຮັດ​ໃຫ້​ລົມ​ພັດ​ມາ​ຈາກ​ທຸກ​ທິດ​ເພື່ອ​ຕໍ່ສູ້​ເອລາມ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ໃນ​ດິນແດນ​ນັ້ນ ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກບ່ອນ ຈົນ​ມີ​ຜູ້​ລີ້ໄພ​ຢູ່​ໃນ​ທຸກໆ​ປະເທດ.


ນາຍພານ​ຈັບ​ນົກ​ໄດ້​ເຕັມ​ກົງ​ຂັງ​ສັນໃດ ພວກເຂົາ​ກໍໄດ້​ເຄື່ອງປຸ້ນ​ມາ​ໄວ້​ເຕັມເຮືອນ​ສັນນັ້ນ. ເພາະ​ສະນັ້ນ ພວກເຂົາ​ຈຶ່ງ​ມີ​ອຳນາດ​ແລະ​ຮັ່ງມີ​ເປັນດີ


ເຮົາ​ໄດ້​ລ້ຽງ​ເຈົ້າ​ໃຫ້​ໃຫຍ່​ຂຶ້ນ​ເໝືອນ​ຕົ້ນ​ພືດ​ທີ່​ແຂງແຮງ​ດີ. ເຈົ້າ​ມີ​ສຸຂະພາບ​ດີ ແລະ​ສູງ​ແລະ​ຈົນ​ໃຫຍ່​ເປັນ​ສາວ. ໜ້າເອິກ​ຂອງເຈົ້າ​ຮູບ​ຊົງ​ງາມດີ ແລະ​ຜົມ​ຂອງ​ເຈົ້າ​ກໍ​ປົ່ງ​ງາມ ແຕ່​ເຈົ້າ​ພັດ​ເປືອຍຕົວ.


ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.


ແຕ່​ໃນ​ເວລາ​ທີ່​ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ນັ້ນ ອານາຈັກ​ຂອງ​ເພິ່ນ​ຈະ​ແຕກແຍກ ແລະ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ. ບັນດາ​ກະສັດ​ທີ່​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເພິ່ນ​ຈະ​ປົກຄອງ​ແທນ​ເພິ່ນ, ແຕ່​ພວກ​ນີ້​ຈະ​ບໍ່ມີ​ອຳນາດ​ດັ່ງ​ທີ່​ເພິ່ນ​ໄດ້​ມີ.


ກະສັດ​ຍັງ​ກ່າວ​ບໍ່​ທັນ​ຂາດຄຳ ກໍ​ມີ​ສຽງ​ໜຶ່ງ​ກ່າວ​ລົງ​ມາ​ຈາກ​ສະຫວັນ​ວ່າ, “ກະສັດ​ເນບູ​ກາດເນັດຊາ​ເອີຍ ຈົ່ງ​ຟັງ​ຄຳ​ທີ່​ເຮົາ​ກ່າວ ບັດນີ້ ອຳນາດ​ແຫ່ງ​ກະສັດ​ຂອງ​ເຈົ້າ​ຖືກ​ປົດ​ໄປ​ຈາກ​ເຈົ້າ​ແລ້ວ.


ແຕ່​ຍ້ອນ​ເພິ່ນ​ມີ​ໃຈ​ຈອງຫອງ, ໃຈ​ແຂງ​ກະດ້າງ ແລະ​ໂຫດຮ້າຍ ເພິ່ນ​ຈຶ່ງ​ຖືກ​ປົດ​ຈາກ​ບັນລັງ ແລະ​ເສຍ​ຕຳແໜ່ງ​ອັນ​ມີ​ກຽດ​ຂອງຕົນ.


ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.


ເຂົາ​ທີ່​ປົ່ງ​ອອກ​ມາ​ແທນ​ເຂົາ​ທຳອິດ​ທີ່​ຫັກ​ອອກ​ນັ້ນ ໝາຍ​ເຖິງ​ອານາຈັກ​ທັງ​ສີ່​ທີ່​ຈະ​ເກີດຂຶ້ນ​ຈາກ​ຊົນຊາດ​ນັ້ນ ແຕ່​ຈະ​ບໍ່​ເຂັ້ມແຂງ​ດັ່ງ​ອານາຈັກ​ທຳອິດ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຄິດເຖິງ​ສິ່ງ​ທີ່​ໄດ້​ເຫັນ​ຢູ່​ນັ້ນ ກໍ​ມີ​ແບ້​ໂຕໜຶ່ງ​ແລ່ນ​ໄວ​ທີ່ສຸດ​ຈົນ​ຕີນ​ຫວິດ​ດິນ ມາ​ຈາກ​ທິດ​ຕາເວັນຕົກ. ມັນ​ມີ​ເຂົາ​ສຳຄັນ​ເຂົາ​ໜຶ່ງ​ຢູ່​ລະຫວ່າງ​ຕາ​ສອງ​ເບື້ອງ.


ສ່ວນ​ຂ້າພະເຈົ້າ​ກໍ​ຊອມເບິ່ງ​ມັນ​ຊົນ​ແກະ​ໂຕ​ນີ້​ຢູ່. ແບ້​ໂຫດຮ້າຍ​ຫລາຍ ແລະ​ທຸ້ມ​ແຮງ​ທັງໝົດ​ຊົນ​ແກະ ຈົນ​ເຂົາ​ທັງສອງ​ຂອງ​ແກະ​ຫັກ​ໄປ. ຝ່າຍ​ແກະ​ບໍ່ມີ​ແຮງ​ຕ້ານທານ​ມັນ​ໄດ້. ມັນ​ຖືກ​ແບ້​ຊິດ​ລົ້ມລົງ​ດິນ ແລະ​ຖືກ​ຢຽບຢໍ່າ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ແກະ​ໃຫ້​ພົ້ນ​ໄດ້.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ເພິ່ນ​ຈະ​ໃຊ້​ພວກ​ເທວະດາ​ຂອງ​ເພິ່ນ​ອອກ​ໄປ ເພື່ອ​ຮວບຮວມ​ເອົາ​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງສີ່ ຕັ້ງແຕ່​ທີ່ສຸດ​ປາຍ​ແຜ່ນດິນ​ຈົນເຖິງ​ທີ່ສຸດ​ຂອບຟ້າ.”


ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ສູ່​ດິນແດນ​ນີ້​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ມີ​ອາຫານ​ການກິນ​ຕາມ​ຄວາມ​ຕ້ອງການ ແລະ​ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ສະໜຸກ​ສຸກ​ສະບາຍ, ແຕ່​ພວກເຂົາ​ຈະ​ຫັນ​ໜີໄປ​ຂາບໄຫວ້​ບັນດາ​ພະອື່ນ. ພວກເຂົາ​ຈະ​ປະຖິ້ມ​ເຮົາ​ແລະ​ລະເມີດ​ພັນທະສັນຍາ​ຂອງເຮົາ


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka