Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 8:7 - ພຣະຄຳພີສັກສິ

7 ສ່ວນ​ຂ້າພະເຈົ້າ​ກໍ​ຊອມເບິ່ງ​ມັນ​ຊົນ​ແກະ​ໂຕ​ນີ້​ຢູ່. ແບ້​ໂຫດຮ້າຍ​ຫລາຍ ແລະ​ທຸ້ມ​ແຮງ​ທັງໝົດ​ຊົນ​ແກະ ຈົນ​ເຂົາ​ທັງສອງ​ຂອງ​ແກະ​ຫັກ​ໄປ. ຝ່າຍ​ແກະ​ບໍ່ມີ​ແຮງ​ຕ້ານທານ​ມັນ​ໄດ້. ມັນ​ຖືກ​ແບ້​ຊິດ​ລົ້ມລົງ​ດິນ ແລະ​ຖືກ​ຢຽບຢໍ່າ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ແກະ​ໃຫ້​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña




ດານີເອນ 8:7
8 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ເອຢິບ​ຈະ​ເຂົ້າ​ສູ່​ສົງຄາມ ຕໍ່ຕ້ານ​ກະສັດ​ແຫ່ງ​ຊີເຣຍ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ຢຶດເອົາ​ກອງທັບ​ອັນ​ໃຫຍ່ໂຕ​ຂອງ​ລາວ​ໄດ້.


ສ່ວນ​ສັດ​ໂຕ​ອື່ນໆ​ກໍ​ຖືກ​ປົດ​ອອກ​ຈາກ​ອຳນາດ; ແຕ່​ພວກ​ມັນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.


ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.


ມັນ​ແຂງແຮງ​ພໍ​ທີ່​ຈະ​ໂຈມຕີ​ກອງທັບ​ແຫ່ງ​ຟ້າສະຫວັນ ຄື​ຕາເວັນ, ເດືອນ, ດວງດາວ​ຕ່າງໆ​ນັ້ນ​ເອງ; ແລະ​ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ເຫຼົ່ານັ້ນ ລົງ​ມາ​ສູ່​ດິນ​ແລ້ວ​ຢຽບ​ຖິ້ມ.


ມັນ​ມາ​ຫາ​ແກະ​ໂຕ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ແຄມ​ແມ່ນໍ້າ​ນັ້ນ ແລະ​ແລ່ນ​ເຂົ້າ​ຊົນ​ແກະ​ໂຕ​ນັ້ນ​ຈົນ​ໝົດແຮງ​ຂອງມັນ.


ຝ່າຍ​ແບ້​ກໍ​ຍິ່ງ​ມີ​ຄວາມ​ເຍີ້ຍິ່ງ​ຈອງຫອງ​ຫລາຍ​ຂຶ້ນ ແລ້ວ​ໃນ​ເວລາ​ທີ່​ມັນ​ມີ​ອຳນາດ​ແຂງ​ຫລາຍ​ນັ້ນ ເຂົາ​ຂອງ​ມັນ​ໄດ້​ຫັກ​ອອກ, ແຕ່​ມີ​ສີ່​ເຂົາ​ທີ່​ສຳຄັນ​ໄດ້​ປົ່ງ​ອອກ​ມາ​ແທນ ແຕ່ລະ​ເຂົາ​ກໍ​ຊີ້​ໄປ​ທິດທາງ​ຕ່າງກັນ.


ພວກເຈົ້າ​ຈະ​ສະດຸ້ງ​ຕື່ນ​ກັນ​ເອງ ທັງໆ​ທີ່​ບໍ່ມີ​ໃຜ​ໄລ່​ຕິດຕາມ​ມາ ແລະ​ພວກເຈົ້າ​ຈະ​ບໍ່​ສາມາດ​ຕໍ່ສູ້​ສັດຕູ​ໃດໆ​ໄດ້.


ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka