5 ໃນຂະນະທີ່ຂ້າພະເຈົ້າກຳລັງຄິດເຖິງສິ່ງທີ່ໄດ້ເຫັນຢູ່ນັ້ນ ກໍມີແບ້ໂຕໜຶ່ງແລ່ນໄວທີ່ສຸດຈົນຕີນຫວິດດິນ ມາຈາກທິດຕາເວັນຕົກ. ມັນມີເຂົາສຳຄັນເຂົາໜຶ່ງຢູ່ລະຫວ່າງຕາສອງເບື້ອງ.
ແລ້ວກໍຈະມີກະສັດຜູ້ກ້າຫານຄົນໜຶ່ງ. ເພິ່ນຈະປົກຄອງທົ່ວຈັກກະພົບໜຶ່ງທີ່ໃຫຍ່ ແລະຈະເຮັດທຸກສິ່ງຕາມໃຈປາຖະໜາ.
ຫົວຮູບນີ້ເປັນຄຳຢ່າງດີທີ່ສຸດ ເອິກແລະແຂນເປັນເງິນ; ແອວແລະກະໂພກເປັນທອງສຳຣິດ
ຕໍ່ຈາກທ່ານໄປຈະມີອານາຈັກໜຶ່ງອີກ ເປັນອານາຈັກທີ່ນ້ອຍກວ່າຂອງທ່ານ ແລະຫລັງຈາກນັ້ນ ແມ່ນອານາຈັກທີສາມ ເປັນອານາຈັກທອງສຳຣິດ ຊຶ່ງຈະມີອຳນາດແຜ່ອອກໄປທົ່ວໂລກ.
ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ກໍມີສັດອີກໂຕໜຶ່ງປາກົດຂຶ້ນມາ. ສັດໂຕນີ້ເບິ່ງຄ້າຍຄືເສືອດາວ ແຕ່ເທິງຫລັງມີສີ່ປີກເໝືອນປີກນົກ ແລະມີສີ່ຫົວ. ມັນໄດ້ຮັບສິດອຳນາດແຫ່ງການເປັນໃຫຍ່.
ສ່ວນແບ້ນັ້ນໝາຍເຖິງອານາຈັກກຣີກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນນັ້ນ ໝາຍເຖິງກະສັດຄົນທຳອິດ.
ມັນມາຫາແກະໂຕທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ແຄມແມ່ນໍ້ານັ້ນ ແລະແລ່ນເຂົ້າຊົນແກະໂຕນັ້ນຈົນໝົດແຮງຂອງມັນ.
ຝ່າຍແບ້ກໍຍິ່ງມີຄວາມເຍີ້ຍິ່ງຈອງຫອງຫລາຍຂຶ້ນ ແລ້ວໃນເວລາທີ່ມັນມີອຳນາດແຂງຫລາຍນັ້ນ ເຂົາຂອງມັນໄດ້ຫັກອອກ, ແຕ່ມີສີ່ເຂົາທີ່ສຳຄັນໄດ້ປົ່ງອອກມາແທນ ແຕ່ລະເຂົາກໍຊີ້ໄປທິດທາງຕ່າງກັນ.