4 ຂ້າພະເຈົ້າເຫັນແກະນັ້ນຊິດເຂົາໄປທາງທິດຕາເວັນຕົກ, ທາງທິດເໜືອ ແລະທາງທິດໃຕ້. ບໍ່ມີສັດໂຕໃດທີ່ຕ້ານທານ ຫລືໜີໄປພົ້ນຈາກອຳນາດຂອງມັນໄດ້. ມັນເຮັດຕາມໃຈແລະມັກໃຫຍ່ໃຝ່ສູງ.
ຄົນໜຶ່ງໃນພວກເຂົາຊື່ວ່າ ເຊເດກີຢາລູກຊາຍຂອງເຄນາອານາໄດ້ເອົາເຫຼັກເຮັດເປັນເຂົາ ແລະບອກກະສັດອາຮາບວ່າ, “ອັນນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ ດ້ວຍສິ່ງເຫຼົ່ານີ້ ເຈົ້າຈະຕໍ່ສູ້ກັບຊາວຊີເຣຍແລະພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ.”
ພຣະອົງຮູ້ດີວ່າຂ້ານ້ອຍບໍ່ມີຄວາມຜິດຫຍັງໝົດ ບໍ່ມີຜູ້ໃດຊ່ວຍຂ້ານ້ອຍໃຫ້ຫວິດຈາກພຣະອົງໄດ້.
ເຫຼົ່າສັດຕູໄດ້ພ່າຍແພ້ດ້ວຍອຳນາດຂອງພຣະອົງ ຂ້ານ້ອຍບໍ່ໄດ້ໄວ້ວາງໃຈໃນໜ້າທະນູຫລືດາບ
ຈົ່ງພິຈາລະນາເຖິງເລື່ອງນີ້ໃຫ້ດີຜູ້ທີ່ມັກລືມພຣະເຈົ້າເອີຍ ຖ້າບໍ່ດັ່ງນັ້ນແລ້ວ ເຮົາຈະທຳລາຍພວກເຈົ້າໃຫ້ແຕກເປັນປ່ຽງໆ ແລະຈະບໍ່ມີຜູ້ໃດຊ່ວຍເຈົ້າໃຫ້ພົ້ນໄດ້.
ຖ້າບໍ່ດັ່ງນັ້ນ ພວກເຂົາຈະລາກຂ້ານ້ອຍໄປດັ່ງໂຕສິງຂົບຈີກເຫຍື່ອ ກັດກິນເປັນຕ່ອນໆ ໂດຍບໍ່ມີຜູ້ໃດຊ່ວຍກູ້ໄວ້ໄດ້.
ພວກເຈົ້າໄດ້ຊົນແກະໂຕທີ່ເຈັບໂຊອອກໄປ ແລະໄລ່ພວກເຂົາໃຫ້ອອກໄປຈາກຝູງ.
ຊາວຊີເຣຍຜູ້ບຸກຮຸກຈະເຮັດທຸກຢ່າງຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວຈະຢູ່ໃນດິນແດນແຫ່ງພຣະສັນຍາ ແລະຈະມີອຳນາດສົມບູນໃນດິນແດນນັ້ນ.
ກະສັດແຫ່ງຊີເຣຍຈະເຮັດຕາມໃຈມັກ. ລາວຈະໂອ້ອວດວ່າຕົນເປັນຜູ້ຍິ່ງໃຫຍ່ກວ່າພະໃດໆ ແລະອວດວ່າຕົນສູງສຸດກວ່າພຣະເຈົ້າອົງສູງສຸດ. ລາວຈະສາມາດເຮັດໄປດັ່ງນີ້ ຈົນເວລາທີ່ພຣະເຈົ້າລົງໂທດລາວມາເຖິງ. ພຣະເຈົ້າຈະເຮັດຢ່າງນີ້ແທ້ ຕາມທີ່ພຣະອົງໄດ້ວາງແຜນໄວ້.
ເພິ່ນເປັນຜູ້ຍິ່ງໃຫຍ່ຈົນປະຊາຊົນໃນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາຢ້ານກົວຕົວສັ່ນຕໍ່ໜ້າເພິ່ນ. ຖ້າເພິ່ນປະສົງຈະຂ້າຄົນໜຶ່ງ ຫລືຈະໃຫ້ຄົນໜຶ່ງມີຊີວິດຢູ່ ເພິ່ນກໍເຮັດໄປໂລດ. ເພິ່ນໃຫ້ກຽດ ແລະຖອນກຽດຄົນໃດກໍໄດ້ຕາມທີ່ເພິ່ນຕ້ອງການ.
ໃນຄືນນັ້ນເອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບສັງຫານ;
ສັດໂຕທີສອງເບິ່ງຄ້າຍຄືໝີ ທີ່ກຳລັງຢືນຢູ່ດ້ວຍຂາຫລັງຂອງມັນ. ປາກມັນຄາບກະດູກສາມຊີກໄວ້ ແລະມີສຽງໜຶ່ງບອກມັນວ່າ, “ຈົ່ງກິນຊີ້ນຕໍ່ໄປໃຫ້ຫລາຍໆ.”
ສ່ວນຂ້າພະເຈົ້າກໍຊອມເບິ່ງມັນຊົນແກະໂຕນີ້ຢູ່. ແບ້ໂຫດຮ້າຍຫລາຍ ແລະທຸ້ມແຮງທັງໝົດຊົນແກະ ຈົນເຂົາທັງສອງຂອງແກະຫັກໄປ. ຝ່າຍແກະບໍ່ມີແຮງຕ້ານທານມັນໄດ້. ມັນຖືກແບ້ຊິດລົ້ມລົງດິນ ແລະຖືກຢຽບຢໍ່າ ແລະບໍ່ມີຜູ້ໃດຊ່ວຍແກະໃຫ້ພົ້ນໄດ້.
ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ.
ໂຢເຊັບມີກຳລັງກ້າຄືງົວກະທີງເຖິກໂຕໜຶ່ງ ຈຶ່ງເກັ່ງກ້າຕໍ່ສູ້ ເພາະຮູ້ວ່າຕົນມີເຂົາຕ້ານທານ; ເຂົາຂອງລາວນັ້ນມີມານາເຊຫລາຍພັນຄົນຊ່ວຍ ແລະຂອງເອຟຣາອິມເປັນໝື່ນໆຊຶ່ງເປັນກຳລັງ. ດ້ວຍກຳລັງເຫຼົ່ານັ້ນລາວຈຶ່ງໄລ່ຫລາຍຊົນຊາດໜີ ແລະດັນພວກເຂົາອອກໄປຈົນສຸດແຜ່ນດິນໂລກ.”