3 ແລະຂ້າພະເຈົ້າໄດ້ເງີຍໜ້າຂຶ້ນ ແລະໄດ້ເຫັນແກະເຖິກໂຕໜຶ່ງທີ່ມີເຂົາສອງເຂົາ ເຂົາທັງສອງສູງ; ແຕ່ເຂົາໜຶ່ງສູງກວ່າອີກເຂົາໜຶ່ງ ແລະເຂົາທີ່ສູງນັ້ນປົ່ງມາຕາມຫຼັງ.
ກະສັດດາວິດໄດ້ຫລຽວຂື້ນ ແລະໄດ້ເຫັນເທວະດາຂອງພຣະເຈົ້າຢາເວຕົນນັ້ນຢືນຢູ່ໃນກາງອາກາດ ໂດຍຖືດາບຢູ່ໃນມືຕຽມພ້ອມທີ່ຈະທຳລາຍນະຄອນເຢຣູຊາເລັມ. ແລ້ວກະສັດດາວິດ ແລະບັນດາຜູ້ນຳປະຊາຊົນ ທຸກຄົນລ້ວນແຕ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໄດ້ຂາບລົງດິນ.
“ຕໍ່ໄປນີ້ແມ່ນຄຳສັ່ງຂອງກະສັດໄຊຣັດ ຈັກກະພັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ໃຫ້ຂ້າພະເຈົ້າປົກຄອງອານາຈັກທັງໝົດທົ່ວທັງແຜ່ນດິນໂລກ ແລະໃຫ້ຂ້າພະເຈົ້າຮັບຜິດຊອບສ້າງວິຫານຫລັງໜຶ່ງຂຶ້ນໃຫ້ພຣະອົງທີ່ນະຄອນເຢຣູຊາເລັມໃນຢູດາຍ.
ພວກເຂົາຍັງໄດ້ໃຫ້ສິນບົນແກ່ພວກຂ້າຣາຊການເປີເຊຍ ເພື່ອໃຫ້ດຳເນີນການຕໍ່ຕ້ານພວກຢິວ. ພວກເຂົາສືບຕໍ່ເຮັດຢູ່ຢ່າງນີ້ ຕະຫລອດຣາຊການຂອງກະສັດໄຊຣັດແຫ່ງເປີເຊຍ ຈົນເຖິງຣາຊການຂອງກະສັດດາຣິອຸດ ແຫ່ງເປີເຊຍ.
ໃນຣາຊການປີທີສາມ ເພິ່ນໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຂ້າຣາຊການແລະພວກບໍລິຫານງານທັງໝົດຂອງເພິ່ນ. ກອງທັບຂອງເປີເຊຍແລະເມເດຍກໍຢູ່ໃນທີ່ນັ້ນ ຕະຫລອດທັງບັນດາຜູ້ປົກຄອງແຂວງ ແລະພວກຂຸນນາງປະຈຳແຂວງຕ່າງໆ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຳລັງປຸກປັ່ນຊາວເມເດັດ ໃຫ້ໂຈມຕີນະຄອນບາບີໂລນ. ພວກເຂົາບໍ່ວົນນຳເງິນ ແລະບໍ່ໄຝ່ຝັນນຳຄຳ.
ຂ້າພະເຈົ້າໄດ້ເຫັນນິມິດຂອງເຫດການທີ່ໂຫດຮ້າຍ ຄືນິມິດຂອງການທໍລະຍົດ ແລະການທຳລາຍ. ກອງທັບຂອງເອລາມເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງມີເດຍເອີຍ ຈົ່ງປິດລ້ອມເມືອງທັງຫລາຍໄວ້ເຖີດ ພຣະເຈົ້າໄດ້ກະທຳໃຫ້ຄວາມທົນທຸກ ຊຶ່ງນະຄອນບາບີໂລນໄດ້ສ້າງຂຶ້ນນັ້ນສິ້ນສຸດລົງແລ້ວ.
ເຮົາສັ່ງໄຊຣັດວ່າ, ‘ເຈົ້າຄືຜູ້ທີ່ຈະປົກຄອງໃຫ້ເຮົາ ເຈົ້າຈະເຮັດແຕ່ສິ່ງທີ່ເຮົາຕ້ອງການໃຫ້ເຮັດເທົ່ານັ້ນ: ເຈົ້າຈະສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຮາກຖານພຣະວິຫານກໍຈະຖືກວາງໄວ້ຄືກັນ.”’
ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
ຂ້າພະເຈົ້າເງີຍໜ້າຂຶ້ນເຫັນຊາຍຜູ້ໜຶ່ງທີ່ນຸ່ງເຄື່ອງອັນສະຫງ່າງາມ ແລະຂັດສາຍແອວຄຳຈາກອູຟາດ.
ຕໍ່ຈາກທ່ານໄປຈະມີອານາຈັກໜຶ່ງອີກ ເປັນອານາຈັກທີ່ນ້ອຍກວ່າຂອງທ່ານ ແລະຫລັງຈາກນັ້ນ ແມ່ນອານາຈັກທີສາມ ເປັນອານາຈັກທອງສຳຣິດ ຊຶ່ງຈະມີອຳນາດແຜ່ອອກໄປທົ່ວໂລກ.
ດາຣິອຸດຄົນເມເດຍຜູ້ມີອາຍຸປະມານຫົກສິບສອງປີ ໄດ້ຢຶດອຳນາດປົກຄອງອານາຈັກ.
ຕໍ່ມາ ດານີເອນໄດ້ຮັບຕຳແໜ່ງອັນສຳຄັນຫລາຍ ໃນຣາຊການຂອງກະສັດດາຣິອຸດ ແລະໃນຣາຊການຂອງກະສັດໄຊຣັດຄົນເປີເຊຍ.
ສັດໂຕທີສອງເບິ່ງຄ້າຍຄືໝີ ທີ່ກຳລັງຢືນຢູ່ດ້ວຍຂາຫລັງຂອງມັນ. ປາກມັນຄາບກະດູກສາມຊີກໄວ້ ແລະມີສຽງໜຶ່ງບອກມັນວ່າ, “ຈົ່ງກິນຊີ້ນຕໍ່ໄປໃຫ້ຫລາຍໆ.”
ໃນນິມິດນັ້ນ ຂ້າພະເຈົ້າເຫັນໃນທັນໃດວ່າຕົນເອງຢູ່ໃນເມືອງຊູຊາ ເປັນເມືອງທີ່ມີກຳແພງອ້ອມຮອບໃນແຂວງເອລາມ. ຂ້າພະເຈົ້າກຳລັງຢືນຢູ່ໃກ້ແມ່ນໍ້າອູລາຍ
ສ່ວນແກະທີ່ມີສອງເຂົາ ຊຶ່ງເຈົ້າເຫັນນັ້ນ ໝາຍເຖິງອານາຈັກເມເດຍ ແລະເປີເຊຍ.
ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນເຂົາສີ່ເຂົາ.
ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງຖືເຊືອກແທກໃນມື.
ຂ້າພະເຈົ້າໄດ້ຫລຽວເບິ່ງອີກ ແລະໃນເທື່ອນີ້ຂ້າພະເຈົ້າເຫັນໜັງສືມ້ວນ ປິວໄປໃນອາກາດ.
ເທວະດາຕົນນັ້ນໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກຳລັງມາ.”
ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນ ແລະເຫັນຍິງສອງຄົນບິນມາທາງຂ້າພະເຈົ້າ ດ້ວຍປີກອັນມີກຳລັງຫລາຍເໝືອນດັ່ງນົກຍາງ. ຍິງທັງສອງໄດ້ຍົກກະຕ່ານັ້ນຂຶ້ນແລະບິນໜີໄປ.
ຂ້າພະເຈົ້າໄດ້ເຫັນນິມິດຢ່າງອື່ນອີກ. ເທື່ອນີ້ຂ້າພະເຈົ້າໄດ້ເຫັນລົດຮົບສີ່ຄັນ ກຳລັງອອກມາຈາກພູເຂົາສອງໜ່ວຍທີ່ເປັນທອງສຳຣິດ.
ແລະເຫັນປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມລາວ
ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”
ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍອີກໂຕໜຶ່ງ ຂຶ້ນມາຈາກພື້ນດິນ ມັນມີສອງເຂົາເໝືອນເຂົາແກະນ້ອຍ ມັນເວົ້າເໝືອນພະຍານາກ.
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ.