ດານີເອນ 8:25 - ພຣະຄຳພີສັກສິ25 ຍ້ອນລາວມີຄວາມສະຫລາດແກມໂກງ ລາວຈຶ່ງສໍ້ໂກງຄົນອື່ນ. ລາວຈະອວດຕົວຂຶ້ນ ແລະທຳລາຍປະຊາຊົນຢ່າງຫລວງຫລາຍ ໂດຍບໍ່ເຕືອນໃຫ້ຮູ້. ລາວຈະທ້າທາຍແມ່ນແຕ່ຈອມກະສັດຜູ້ຍິ່ງໃຫຍ່, ແຕ່ລາວຈະຖືກທຳລາຍດ້ວຍອຳນາດທີ່ບໍ່ໄດ້ມາຈາກມະນຸດ. Uka jalj uñjjattʼäta |
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”