Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 8:21 - ພຣະຄຳພີສັກສິ

21 ສ່ວນ​ແບ້​ນັ້ນ​ໝາຍ​ເຖິງ​ອານາຈັກ​ກຣີກ ແລະ​ເຂົາ​ສຳຄັນ​ຢູ່​ລະຫວ່າງ​ຕາ​ຂອງ​ມັນ​ນັ້ນ ໝາຍ​ເຖິງ​ກະສັດ​ຄົນ​ທຳອິດ.

Uka jalj uñjjattʼäta Copia luraña




ດານີເອນ 8:21
9 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ເຮົາ​ມາ​ວັນ​ນີ້​ເພື່ອ​ເປີດເຜີຍ​ໃຫ້​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. ບັດນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່ສູ້​ກັບ​ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ເປີເຊຍ. ຫລັງຈາກ​ນັ້ນ​ແລ້ວ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ກຣີກ ກໍ​ຈະ​ມາ​ປາກົດ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ເຮົາ​ນອກຈາກ​ມີຄາເອນ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ ປະເທດ​ອິດສະຣາເອນ.


ສິ່ງ​ທີ່​ເຮົາ​ຈະ​ບອກ​ຕໍ່ໄປນີ້​ເປັນ​ຄວາມຈິງ.” ເທວະດາ​ໄດ້​ກ່າວ​ວ່າ, “ມີ​ກະສັດ​ອີກ​ສາມ​ຄົນ​ທີ່​ຈະ​ປົກຄອງ​ປະເທດ​ເປີເຊຍ​ຕິດຕາມ​ດ້ວຍ​ຄົນ​ທີ​ສີ່; ຜູ້​ນີ້​ຈະ​ຮັ່ງມີ​ກວ່າ​ຄົນອື່ນໆ​ທັງໝົດ. ໃນ​ເວລາ​ທີ່​ລາວ​ເຂັ້ມແຂງ ແລະ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ​ຢູ່​ນັ້ນ ລາວ​ຈະ​ທ້າທາຍ​ກັບ​ອານາຈັກ​ກຣີກ.


ແລ້ວ​ກໍ​ຈະ​ມີ​ກະສັດ​ຜູ້​ກ້າຫານ​ຄົນ​ໜຶ່ງ. ເພິ່ນ​ຈະ​ປົກຄອງ​ທົ່ວ​ຈັກກະພົບ​ໜຶ່ງ​ທີ່​ໃຫຍ່ ແລະ​ຈະ​ເຮັດ​ທຸກສິ່ງ​ຕາມ​ໃຈ​ປາຖະໜາ.


ຕໍ່​ຈາກ​ທ່ານ​ໄປ​ຈະ​ມີ​ອານາຈັກ​ໜຶ່ງ​ອີກ ເປັນ​ອານາຈັກ​ທີ່​ນ້ອຍກວ່າ​ຂອງທ່ານ ແລະ​ຫລັງຈາກ​ນັ້ນ ແມ່ນ​ອານາຈັກ​ທີ​ສາມ ເປັນ​ອານາຈັກ​ທອງສຳຣິດ ຊຶ່ງ​ຈະ​ມີ​ອຳນາດ​ແຜ່​ອອກ​ໄປ​ທົ່ວໂລກ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.


ສ່ວນ​ແກະ​ທີ່​ມີ​ສອງ​ເຂົາ ຊຶ່ງ​ເຈົ້າ​ເຫັນ​ນັ້ນ ໝາຍເຖິງ​ອານາຈັກ​ເມເດຍ ແລະ​ເປີເຊຍ.


ເຂົາ​ທີ່​ປົ່ງ​ອອກ​ມາ​ແທນ​ເຂົາ​ທຳອິດ​ທີ່​ຫັກ​ອອກ​ນັ້ນ ໝາຍ​ເຖິງ​ອານາຈັກ​ທັງ​ສີ່​ທີ່​ຈະ​ເກີດຂຶ້ນ​ຈາກ​ຊົນຊາດ​ນັ້ນ ແຕ່​ຈະ​ບໍ່​ເຂັ້ມແຂງ​ດັ່ງ​ອານາຈັກ​ທຳອິດ.


ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka