16 ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງຮ້ອງມາແຕ່ທາງແມ່ນໍ້າອູລາຍວ່າ, “ຄັບຣີເອນເອີຍ ຈົ່ງອະທິບາຍຄວາມໝາຍຂອງສິ່ງທີ່ລາວໄດ້ເຫັນນັ້ນ ໃຫ້ລາວຮູ້ແດ່.”
ເຮົາມາເພື່ອເຮັດໃຫ້ເຈົ້າເຂົ້າໃຈໃນສິ່ງທີ່ຈະເກີດຂຶ້ນກັບປະຊາຊົນຂອງເຈົ້າໃນອະນາຄົດ. ອັນນີ້ແມ່ນນິມິດກ່ຽວກັບອະນາຄົດ.”
ຂ້າພະເຈົ້າຈຶ່ງຂຶ້ນໄປຫາທ່ານຜູ້ໜຶ່ງທີ່ຢືນຢູ່ທີ່ນັ້ນ ແລະຂໍຮ້ອງເພິ່ນໃຫ້ອະທິບາຍເລື່ອງທັງໝົດນີ້. ສະນັ້ນ ເພິ່ນຈຶ່ງບອກຄວາມໝາຍແກ່ຂ້າພະເຈົ້າ.
ໃນນິມິດນັ້ນ ຂ້າພະເຈົ້າເຫັນໃນທັນໃດວ່າຕົນເອງຢູ່ໃນເມືອງຊູຊາ ເປັນເມືອງທີ່ມີກຳແພງອ້ອມຮອບໃນແຂວງເອລາມ. ຂ້າພະເຈົ້າກຳລັງຢືນຢູ່ໃກ້ແມ່ນໍ້າອູລາຍ
ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?”
ເທວະດາຕົນທຳອິດໄດ້ກ່າວຕໍ່ເທວະດາຕົນອື່ນວ່າ, “ຈົ່ງແລ່ນໄປບອກຊາຍໜຸ່ມທີ່ຖືເຊືອກແທກນັ້ນວ່າ ຢູ່ໃນນະຄອນເຢຣູຊາເລັມຈະມີຄົນກັບສັດຢ່າງຫລວງຫລາຍ ຈົນຈະກໍ່ກຳແພງເມືອງຂຶ້ນບໍ່ໄດ້.
ຝ່າຍເທວະດານັ້ນຕອບວ່າ, “ເຮົາແມ່ນຄັບຣີເອນ. ຊຶ່ງຢືນຢູ່ຊ້ອງໜ້າພຣະເຈົ້າ, ພຣະອົງຊົງໃຊ້ເຮົາມາເວົ້າກັບເຈົ້າ ແລະນຳເອົາຂ່າວດີນີ້ມາບອກເຈົ້າ.
ໃນເດືອນທີຫົກ ທີ່ນາງເອລີຊາເບັດຖືພາຢູ່ນັ້ນ ພຣະເຈົ້າກໍໄດ້ໃຊ້ເທວະດາຄັບຣີເອນ ມາທີ່ແຂວງຄາລີເລໃນເມືອງໜຶ່ງທີ່ຊື່ວ່າ ນາຊາເຣັດ.
ແລ້ວກໍມີສຽງໜຶ່ງກ່າວແກ່ເພິ່ນວ່າ, “ເປໂຕເອີຍ ຈົ່ງລຸກຂຶ້ນ ແລ້ວຂ້າກິນເສຍ.”
ສ່ວນຄົນທີ່ເດີນທາງໄປກັບໂຊໂລນັ້ນ ຕ່າງກໍຢືນນິ້ງຢູ່ ແລະປາກບໍ່ອອກ ພວກເຂົາໄດ້ຍິນສຽງ ແຕ່ບໍ່ເຫັນຜູ້ໃດ.
ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ່ແມ່ນບໍ?
ຂ້າພະເຈົ້າຫລຽວຄືນຫລັງເບິ່ງວ່າແມ່ນຜູ້ໃດ ທີ່ກຳລັງເວົ້າກັບຂ້າພະເຈົ້າຢູ່ນັ້ນ ເມື່ອຂ້າພະເຈົ້າຫລຽວໄປກໍເຫັນຄັນຕະກຽງຄຳເຈັດອັນ
“ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.”