12 ປະຊາຊົນໄດ້ເຮັດບາບແທນການເຜົາບູຊາປະຈຳວັນ ແລະປະຖິ້ມຄວາມຈິງແຫ່ງສາສະໜາ. ເຂົາອັນນີ້ໄດ້ກະທຳທຸກສິ່ງເປັນຜົນສຳເລັດ.
ແຕ່ຄົນຂີ້ລັກ ແລະບໍ່ມີພຣະເຈົ້າກໍຍັງມີສັນຕິສຸກ, ແມ່ນວ່າພະຂອງເຂົາຄືກຳລັງຂອງເຂົາເອງ.
ຄວາມຍຸດຕິທຳຂອງພຣະອົງຈະຍືນຍົງຢູ່ສືບໄປ ແລະກົດບັນຍັດຂອງພຣະອົງກໍເປັນຄວາມຈິງຢູ່ເລື້ອຍ.
ໂຜດໃຫ້ຂ້ານ້ອຍເວົ້າແຕ່ຄວາມຈິງທຸກເວລາ ເພາະຄວາມຫວັງມີຢູ່ໃນການຕັດສິນຂອງພຣະເຈົ້າ.
ເພາະພວກເຂົາບໍ່ໄດ້ຄິດເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ ຫລືສັບພະທຸກສິ່ງທີ່ພຣະອົງໄດ້ສ້າງນັ້ນ ດັ່ງນັ້ນ ພຣະອົງຈຶ່ງຈະລົງໂທດແລະທຳລາຍພວກເຂົາ ແລະຈະບໍ່ໃຫ້ພວກເຂົາລຸກຂຶ້ນມາໄດ້ອີກ.
ຄວາມຍຸດຕິທຳຖືກຂັບໄລ່ໃຫ້ໜີໄປ ແລະຄວາມຖືກຕ້ອງກໍເຂົ້າມາໃກ້ບໍ່ໄດ້. ຄວາມຈິງເຕະສະດຸດລົ້ມລົງທີ່ສີ່ແຍກກາງເມືອງ ແລະຄວາມສັດຊື່ກໍບໍ່ມີຢູ່ໃນທີ່ນັ້ນ.
“ຂ້າແດ່ພຣະເຈົ້າຢາເວ ຖ້າຂ້ານ້ອຍຖົກຖຽງຄະດີກັບພຣະອົງ ພຣະອົງກໍຈະພິສູດວ່າພຣະອົງເປັນຝ່າຍຖືກຕ້ອງ. ແຕ່ຂ້ານ້ອຍຕ້ອງຖາມພຣະອົງເຖິງຄວາມຍຸດຕິທຳ ເປັນຫຍັງຄົນຊົ່ວຈຶ່ງຈະເລີນຮຸ່ງເຮືອງຂຶ້ນແທ້? ເປັນຫຍັງຄົນບໍ່ສັດຊື່ ຄົນຂີ້ສໍ້ຂີ້ໂກງ ຈຶ່ງໄດ້ຮັບຜົນສຳເລັດໃນຊີວິດ?
ກະສັດແຫ່ງຊີເຣຍຈະກັບຄືນເມືອບ້ານເມືອງຂອງຕົນ ພ້ອມດ້ວຍສິ່ງຂອງທີ່ຕົນຢຶດໄດ້ທັງໝົດ ຕັ້ງໃຈທີ່ຈະທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມໃຈ ແລ້ວຄືນໄປສູ່ດິນແດນຂອງຕົນ.
ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ເຂົາອັນນັ້ນກໍໄດ້ຮົບເສິກກັບປະຊາຊົນຂອງພຣະເຈົ້າ ແລະໄດ້ຮັບໄຊຊະນະ.
ຂ້າພະເຈົ້າເຫັນແກະນັ້ນຊິດເຂົາໄປທາງທິດຕາເວັນຕົກ, ທາງທິດເໜືອ ແລະທາງທິດໃຕ້. ບໍ່ມີສັດໂຕໃດທີ່ຕ້ານທານ ຫລືໜີໄປພົ້ນຈາກອຳນາດຂອງມັນໄດ້. ມັນເຮັດຕາມໃຈແລະມັກໃຫຍ່ໃຝ່ສູງ.
ແລະໄດ້ຊົງໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າ ແລະຊະນະພວກເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອທຸກຕະກຸນ, ທຸກຊົນຊາດ, ທຸກພາສາ ແລະທຸກປະເທດ.
ເມື່ອດາວິດໄດ້ຍິນວ່າກະສັດໂຊນກຳລັງວາງແຜນໂຈມຕີຕົນ ເພິ່ນກໍສັ່ງປະໂຣຫິດອາບີອາທາວ່າ, “ເອົາເອໂຟດມາພີ້.”