Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 8:11 - ພຣະຄຳພີສັກສິ

11 ມັນ​ໂຈມຕີ​ແມ່ນແຕ່​ກອງທັບ​ແຫ່ງ​ຟ້າສະຫວັນ ໂດຍ​ຫ້າມປາມ​ບໍ່​ໃຫ້​ຜູ້ໃດ​ນຳ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ມາ​ຖວາຍ​ແກ່​ກອງທັບ ແລະ​ທັງ​ທຳລາຍ​ມ້າງເພ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




ດານີເອນ 8:11
28 Jak'a apnaqawi uñst'ayäwi  

ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ເຮັດ​ໃຫ້​ໂມອາບ​ມືນເມົາ​ເພາະ​ໄດ້​ກະບົດ​ຕໍ່​ເຮົາ. ໂມອາບ​ຈະ​ເກືອກກົ້ວ​ຢູ່​ໃນ​ຮາກ​ຂອງຕົນເອງ ແລະ​ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ.


ໂມອາບ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.


ເຊັ່ນດຽວ​ກັນ​ໃຫ້​ຖວາຍ​ແປ້ງເຂົ້າ​ສາມ​ກິໂລກຼາມ ພ້ອມ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ​ປົນ​ໃສ່​ກັບ​ແປ້ງ. ກົດ​ສຳລັບ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ດັ່ງນີ້ ໃຫ້​ປະຕິບັດ​ກັນ​ຢ່າງ​ເຂັ້ມງວດ​ສືບໆໄປ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕໍ່ຕ້ານ​ລາວ ຈະ​ຖືກ​ກວາດລ້າງ ແລະ​ຖືກ​ກຳຈັດ ແມ່ນແຕ່​ມະຫາ​ປະໂຣຫິດ​ຂອງ​ພຣະເຈົ້າ​ກໍຕາມ.


ທະຫານ​ບາງຄົນ​ຂອງ​ລາວ​ຈະ​ເຮັດ​ໃຫ້​ພຣະວິຫານ​ເສຍ​ຄວາມ​ສັກສິດ. ພວກເຂົາ​ຈະ​ໃຫ້​ເລີກ​ການ​ເຜົາບູຊາ​ປະຈຳວັນ ແລະ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ.


ຕັ້ງແຕ່​ການຖວາຍ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ຖືກ​ຍົກເລີກ​ໄປ ໝາຍຄວາມວ່າ ແຕ່​ເວລາ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ ໜຶ່ງພັນ​ສອງຮ້ອຍ​ເກົ້າສິບ​ວັນ ຈະ​ຜ່ານ​ພົ້ນ​ໄປ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ປະຊາຊົນ​ໄດ້​ເຮັດ​ບາບ​ແທນ​ການ​ເຜົາບູຊາ​ປະຈຳວັນ ແລະ​ປະຖິ້ມ​ຄວາມຈິງ​ແຫ່ງ​ສາສະໜາ. ເຂົາ​ອັນ​ນີ້​ໄດ້​ກະທຳ​ທຸກສິ່ງ​ເປັນ​ຜົນ​ສຳເລັດ.


ກະສັດ​ອົງ​ນີ້​ຈະ​ເຂັ້ມແຂງ​ຂຶ້ນ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ຕົນເອງ. ລາວ​ຈະ​ເຮັດ​ໃຫ້​ທຸກສິ່ງ​ເກີດ​ຄວາມພິນາດ​ຢ່າງ​ໜ້າຢ້ານກົວ ແລະ​ເຮັດ​ໃຫ້​ທຸກສິ່ງ​ສຳເລັດຜົນ. ລາວ​ຈະ​ທຳລາຍ​ຄົນ​ທີ່​ມີ​ອຳນາດ​ແລະ​ປະຊາຊົນ​ຂອງ​ພຣະເຈົ້າ.


ຍ້ອນ​ລາວ​ມີ​ຄວາມ​ສະຫລາດ​ແກມໂກງ ລາວ​ຈຶ່ງ​ສໍ້ໂກງ​ຄົນອື່ນ. ລາວ​ຈະ​ອວດຕົວ​ຂຶ້ນ ແລະ​ທຳລາຍ​ປະຊາຊົນ​ຢ່າງ​ຫລວງຫລາຍ ໂດຍ​ບໍ່​ເຕືອນ​ໃຫ້​ຮູ້. ລາວ​ຈະ​ທ້າທາຍ​ແມ່ນແຕ່​ຈອມກະສັດ​ຜູ້​ຍິ່ງໃຫຍ່, ແຕ່​ລາວ​ຈະ​ຖືກ​ທຳລາຍ​ດ້ວຍ​ອຳນາດ​ທີ່​ບໍ່ໄດ້​ມາ​ຈາກ​ມະນຸດ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ຮູ້​ແລະ​ເຂົ້າໃຈ: ນັບ​ຕັ້ງແຕ່​ເວລາ​ອອກ​ຄຳສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນເຖິງ​ພຣະເຈົ້າ​ເລືອກເອົາ​ຜູ້ນຳ​ຂຶ້ນ​ມາ ເຈັດ​ອາທິດ​ແລະ​ຫົກສິບສອງ​ອາທິດ ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຢ່າງ​ເຂັ້ມແຂງ​ພ້ອມ​ດ້ວຍ​ຖະໜົນ​ຫົນທາງ ແລະ​ປ້ອມ​ປ້ອງກັນ​ເມືອງ, ແຕ່​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ລຳບາກ.


ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka