10 ມັນແຂງແຮງພໍທີ່ຈະໂຈມຕີກອງທັບແຫ່ງຟ້າສະຫວັນ ຄືຕາເວັນ, ເດືອນ, ດວງດາວຕ່າງໆນັ້ນເອງ; ແລະມັນໄດ້ໂຍນດວງດາວບາງກຸ່ມເຫຼົ່ານັ້ນ ລົງມາສູ່ດິນແລ້ວຢຽບຖິ້ມ.
ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ.
ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ.
ກະສັດແຫ່ງຊີເຣຍຈະກັບຄືນເມືອບ້ານເມືອງຂອງຕົນ ພ້ອມດ້ວຍສິ່ງຂອງທີ່ຕົນຢຶດໄດ້ທັງໝົດ ຕັ້ງໃຈທີ່ຈະທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມໃຈ ແລ້ວຄືນໄປສູ່ດິນແດນຂອງຕົນ.
ຊາວໂຣມຈະມາທາງເຮືອ ແລະຂັດຂວາງລາວໄວ້ ແລະລາວຈະຢ້ານກົວ. ແລ້ວລາວກໍຈະກັບຄືນໄປດ້ວຍຄວາມຄຽດແຄ້ນ ແລະຈະວາງແຜນທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມຄຳແນະນຳຂອງພວກທີ່ປະຖິ້ມພັນທະສັນຍາ.
ໃນຂະນະທີ່ ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ນັ້ນ ກໍມີສັດໂຕທີສີ່ປາກົດຂຶ້ນມາ. ມັນມີອຳນາດຫລາຍທັງເປັນຕາຢ້ານ ແລະຮ້າຍກາດ. ດ້ວຍແຂ້ວເຫຼັກຂະໜາດໃຫຍ່ນັ້ນ ມັນໄດ້ຫຍໍ້າກິນສິ່ງທີ່ເປັນເຫຍື່ອຂອງມັນ ແລະທັງຢຽບຢໍ່າຖິ້ມ. ມັນມີສິບເຂົາແລະບໍ່ເໝືອນກັບສັດອື່ນໆ.
ສ່ວນຂ້າພະເຈົ້າກໍຊອມເບິ່ງມັນຊົນແກະໂຕນີ້ຢູ່. ແບ້ໂຫດຮ້າຍຫລາຍ ແລະທຸ້ມແຮງທັງໝົດຊົນແກະ ຈົນເຂົາທັງສອງຂອງແກະຫັກໄປ. ຝ່າຍແກະບໍ່ມີແຮງຕ້ານທານມັນໄດ້. ມັນຖືກແບ້ຊິດລົ້ມລົງດິນ ແລະຖືກຢຽບຢໍ່າ ແລະບໍ່ມີຜູ້ໃດຊ່ວຍແກະໃຫ້ພົ້ນໄດ້.
ຫາງພະຍານາກ ໄດ້ຟາດດວງດາວໃນທ້ອງຟ້າ ໜຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພະຍານາກໂຕນັ້ນ ຢືນຢູ່ຕໍ່ໜ້າຜູ້ທີ່ກຳລັງຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ.