1 ໃນປີທີສາມທີ່ເບັນຊັດຊາເຣເປັນກະສັດນັ້ນ ຂ້າພະເຈົ້າໄດ້ເຫັນນິມິດເປັນເທື່ອທີສອງ.
ເມື່ອວັນທີຫ້າຂອງເດືອນທີສີ່ ໃນປີທີສາມສິບ; ຂ້າພະເຈົ້າຄືປະໂຣຫິດເອເຊກຽນລູກຊາຍຂອງບູຊີ ໄດ້ຢູ່ກັບພວກຢິວທີ່ຖືກຈັບໄປເປັນຊະເລີຍທີ່ແຄມແມ່ນໍ້າເກບາກໃນບາບີໂລນ. ຟ້າສະຫວັນໄດ້ຖືກໄຂອອກ ແລະຂ້າພະເຈົ້າກໍໄດ້ເຫັນນິມິດຂອງພຣະເຈົ້າ.
ພຣະເຈົ້າໄດ້ໃຫ້ພວກຊາຍໜຸ່ມສີ່ຄົນນີ້ ມີຄວາມຮູ້ແລະຄວາມຊຳນິຊຳນານໃນດ້ານວັນນະຄະດີແລະມີສະຕິປັນຍາເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງໄດ້ໂຜດໃຫ້ດານີເອນ ຊຳນານໃນການແປນິມິດແລະແກ້ຄວາມຝັນຕ່າງໆອີກດ້ວຍ.
ໃນເວລານັ້ນ ຂ້າພະເຈົ້າໄວ້ທຸກຢູ່ເປັນເວລາສາມອາທິດ.
ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ໄດ້ເຫັນນິມິດນີ້. ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນຫຍັງເລີຍ; ແຕ່ພວກເຂົາຢ້ານກົວແລະແລ່ນໜີໄປລີ້.
ແຕ່ໃນເວລາທີ່ເພິ່ນມີອຳນາດຍິ່ງໃຫຍ່ນັ້ນ ອານາຈັກຂອງເພິ່ນຈະແຕກແຍກ ແລະຈະຖືກແບ່ງອອກເປັນສີ່ສ່ວນ. ບັນດາກະສັດທີ່ບໍ່ໄດ້ສືບເຊື້ອສາຍມາຈາກເພິ່ນຈະປົກຄອງແທນເພິ່ນ, ແຕ່ພວກນີ້ຈະບໍ່ມີອຳນາດດັ່ງທີ່ເພິ່ນໄດ້ມີ.
ໃນປີທຳອິດແຫ່ງຣາຊການຂອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ຂ້າພະເຈົ້າໄດ້ຝັນ ແລະເຫັນນິມິດໃນເວລາກາງຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກຄວາມຝັນນັ້ນໄວ້ ແລະຕໍ່ໄປນີ້ແມ່ນບັນທຶກຂອງຄວາມຝັນ
ນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ ແລະຂ້າພະເຈົ້າກໍເປັນທຸກໃຈທີ່ສຸດ.
ນີ້ແມ່ນບົດສຸດທ້າຍຂອງເລື່ອງ. ຂ້າພະເຈົ້າຕົກໃຈຢ້ານກົວຈົນໜ້າຊີດໄປ ແຕ່ຂ້າພະເຈົ້າກໍຍັງຈື່ຈຳເລື່ອງລາວທັງໝົດນີ້ໄວ້ໄດ້.
ຂ້າພະເຈົ້າພະຍາຍາມເຂົ້າໃຈຄວາມໝາຍຂອງນິມິດ ແລະທັນໃດນັ້ນ ກໍມີຊາຍຄົນໜຶ່ງຢືນຢູ່ຕໍ່ໜ້າຂ້າພະເຈົ້າ.
ໃນນິມິດນັ້ນ ຂ້າພະເຈົ້າເຫັນໃນທັນໃດວ່າຕົນເອງຢູ່ໃນເມືອງຊູຊາ ເປັນເມືອງທີ່ມີກຳແພງອ້ອມຮອບໃນແຂວງເອລາມ. ຂ້າພະເຈົ້າກຳລັງຢືນຢູ່ໃກ້ແມ່ນໍ້າອູລາຍ
ຂ້າພະເຈົ້າໄດ້ເຂົ້າໃຈຈຳນວນປີໃນໜັງສືຕ່າງໆທີ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ກັບຜູ້ທຳນວາຍເຢເຣມີຢາວ່າ ນະຄອນເຢຣູຊາເລັມຕ້ອງຕົກໃນສະພາບຮົກຮ້າງເພພັງເປັນເວລາເຈັດສິບປີ.