Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 7:8 - ພຣະຄຳພີສັກສິ

8 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.

Uka jalj uñjjattʼäta Copia luraña




ດານີເອນ 7:8
15 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ລີ້ນ​ຄົນ​ຢ່າງ​ນັ້ນ​ມິດງຽບ ແລະ​ງັບ​ປາກ​ທຸກຄົນ​ທີ່​ເວົ້າຈາ​ອວດອ້າງ​ວ່າ,


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ແລ້ວ​ຂ້າພະເຈົ້າ​ກໍ​ສົນໃຈ​ຢາກ​ຮູ້​ເລື່ອງ​ຕື່ມ​ກ່ຽວກັບ​ສັດ​ໂຕ​ທີ​ສີ່ ຊຶ່ງ​ບໍ່​ເໝືອນ​ກັບ​ສັດ​ໂຕ​ອື່ນໆ ມັນ​ເປັນ​ສັດ​ທີ່​ໜ້າຢ້ານ​ທີ່ສຸດ ຊຶ່ງ​ມີ​ເລັບ​ທອງສຳຣິດ ແລະ​ມີ​ແຂ້ວ​ເຫຼັກ. ມັນ​ຫຍໍ້າ​ກິນ​ແລະ​ຢຽບຢໍ່າ​ທຳລາຍ​ເຫຍື່ອ​ຂອງ​ມັນ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ຕັກແຕນ​ເຫຼົ່ານັ້ນ ມີ​ລັກສະນະ​ເໝືອນ​ດັ່ງ​ມ້າ​ທີ່​ຕຽມ​ໄວ້​ແລ້ວ​ເພື່ອ​ການ​ຮົບເສິກ, ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ກັບ​ມົງກຸດ​ຄຳ ແລະ​ໜ້າ​ຂອງ​ພວກ​ມັນ​ເໝືອນ​ໜ້າ​ມະນຸດ.


ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້ອວດ​ນັ້ນ​ສາ ຈົ່ງ​ໃຫ້​ຄຳເວົ້າ​ຈອງຫອງ​ຂອງ​ເຈົ້າ​ມິດງຽບ. ເພາະ​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຜູ້​ຮູ້​ເຫັນ ພຣະອົງ​ຕັດສິນ​ທຸກ​ການ​ກະທຳ ຂອງ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka