Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 7:6 - ພຣະຄຳພີສັກສິ

6 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.

Uka jalj uñjjattʼäta Copia luraña




ດານີເອນ 7:6
10 Jak'a apnaqawi uñst'ayäwi  

ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ


ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ເຮົາ​ມາ​ວັນ​ນີ້​ເພື່ອ​ເປີດເຜີຍ​ໃຫ້​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. ບັດນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່ສູ້​ກັບ​ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ເປີເຊຍ. ຫລັງຈາກ​ນັ້ນ​ແລ້ວ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ກຣີກ ກໍ​ຈະ​ມາ​ປາກົດ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ເຮົາ​ນອກຈາກ​ມີຄາເອນ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ ປະເທດ​ອິດສະຣາເອນ.


ຕໍ່​ຈາກ​ທ່ານ​ໄປ​ຈະ​ມີ​ອານາຈັກ​ໜຶ່ງ​ອີກ ເປັນ​ອານາຈັກ​ທີ່​ນ້ອຍກວ່າ​ຂອງທ່ານ ແລະ​ຫລັງຈາກ​ນັ້ນ ແມ່ນ​ອານາຈັກ​ທີ​ສາມ ເປັນ​ອານາຈັກ​ທອງສຳຣິດ ຊຶ່ງ​ຈະ​ມີ​ອຳນາດ​ແຜ່​ອອກ​ໄປ​ທົ່ວໂລກ.


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ສັດ​ໂຕ​ທີ​ສອງ​ເບິ່ງ​ຄ້າຍ​ຄື​ໝີ ທີ່​ກຳລັງ​ຢືນ​ຢູ່​ດ້ວຍ​ຂາ​ຫລັງ​ຂອງ​ມັນ. ປາກ​ມັນ​ຄາບ​ກະດູກ​ສາມ​ຊີກ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ບອກ​ມັນ​ວ່າ, “ຈົ່ງ​ກິນ​ຊີ້ນ​ຕໍ່ໄປ​ໃຫ້​ຫລາຍໆ.”


ສະນັ້ນ ເຮົາ​ຈຶ່ງ​ຈະ​ໂດດ​ກັດ​ພວກເຈົ້າ​ເໝືອນ​ສິງ. ເຮົາ​ຈະ​ເປັນ​ດັ່ງ​ເສືອດາວ​ທີ່​ນອນ​ຄອຍ​ຢູ່​ຕາມ​ທາງ​ຂອງ​ພວກເຈົ້າ.


ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເໝືອນ​ເສືອ​ດາວ ຕີນ​ເໝືອນ​ຕີນ​ໝີ ແລະ​ປາກ​ເໝືອນ​ປາກ​ສິງ ພະຍານາກ​ໄດ້​ໃຫ້​ຣິດເດດ ແລະ​ບັນລັງ​ກັບ​ອຳນາດ​ອັນ​ໃຫຍ່​ຫລວງ​ຂອງຕົນ​ແກ່​ສັດຮ້າຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka