Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 7:23 - ພຣະຄຳພີສັກສິ

23 ຕໍ່ໄປນີ້ ແມ່ນ​ການ​ແກ້​ຄວາມຝັນ​ທີ່​ຂ້າພະເຈົ້າ​ໄດ້​ຮັບ ດັ່ງນີ້: ສັດ​ໂຕ​ທີ​ສີ່​ແມ່ນ​ຈັກກະພົບ​ທີ​ສີ່​ທີ່​ຈະ​ເກີດຂຶ້ນ​ເທິງ​ແຜ່ນດິນ​ໂລກ ແລະ​ຈະ​ແຕກຕ່າງ​ຈາກ​ຈັກກະພົບ​ອື່ນໆ​ທັງປວງ. ມັນ​ຈະ​ຢຽບຢໍ່າ​ທຳລາຍ​ແຜ່ນດິນ​ໂລກ​ທັງໝົດ​ໃຫ້​ໝຸ່ນ.

Uka jalj uñjjattʼäta Copia luraña




ດານີເອນ 7:23
5 Jak'a apnaqawi uñst'ayäwi  

ແລ້ວ​ຈະ​ມີ​ອານາຈັກ​ທີ​ສີ່ ເປັນ​ອານາຈັກ​ທີ່​ມີ​ອຳນາດ ແລະ​ແຂງ​ດັ່ງ​ເຫຼັກ ຊຶ່ງ​ສາມາດ​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້. ເຫຼັກ​ນີ້​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້​ສັນໃດ ອານາຈັກ​ນີ້​ກໍ​ຈະ​ຕີ​ອານາຈັກ​ທັງຫລາຍ​ທີ່​ເກີດຂຶ້ນ​ມາ​ກ່ອນ ໃຫ້​ແຕກ​ໝຸ່ນ​ທະລາຍ​ໄປ​ໄດ້​ສັນນັ້ນ.


ແລ້ວ​ອົງ​ຊົງ​ພຣະຊົນຢູ່​ຕະຫລອດໄປ ກໍ​ໄດ້ມາ​ປະກາດ​ຕັດສິນ​ເຂົ້າ​ຂ້າງ ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ເວລາ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ ທີ່​ຕ້ອງ​ຮັບ​ອຳນາດ​ແຫ່ງ​ກະສັດ​ໄດ້​ມາ​ເຖິງ​ແລ້ວ.


ສິບ​ເຂົາ​ນັ້ນ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ປົກຄອງ​ຈັກກະພົບ​ນັ້ນ. ແລ້ວ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປາກົດ​ຕົວ​ຂຶ້ນ; ກະສັດ​ຄົນ​ນີ້​ຈະ​ແຕກຕ່າງ​ຈາກ​ກະສັດ​ຄົນ​ກ່ອນ​ຫລາຍ ແລະ​ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ເສຍ.


ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.


ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ຈົດ​ທະບຽນ​ສຳມະໂນຄົວ​ໃນ​ທົ່ວ​ຈັກກະພົບ​ໂຣມ .


Jiwasaru arktasipxañani:

Anuncios ukanaka


Anuncios ukanaka