ດານີເອນ 7:21 - ພຣະຄຳພີສັກສິ21 ໃນຂະນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງຢູ່ນັ້ນ ເຂົາອັນນັ້ນກໍໄດ້ຮົບເສິກກັບປະຊາຊົນຂອງພຣະເຈົ້າ ແລະໄດ້ຮັບໄຊຊະນະ. Uka jalj uñjjattʼäta |
ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.”
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”