Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 7:16 - ພຣະຄຳພີສັກສິ

16 ຂ້າພະເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ທ່ານ​ຜູ້ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ແລະ​ຂໍຮ້ອງ​ເພິ່ນ​ໃຫ້​ອະທິບາຍ​ເລື່ອງ​ທັງໝົດ​ນີ້. ສະນັ້ນ ເພິ່ນ​ຈຶ່ງ​ບອກ​ຄວາມໝາຍ​ແກ່​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ດານີເອນ 7:16
14 Jak'a apnaqawi uñst'ayäwi  

ແລະ​ມີ​ແປວໄຟ​ຟົ້ງ​ອອກ​ຈາກ​ທີ່​ນັ້ນ. ມີ​ຫລາຍ​ພັນ​ຄົນ​ບົວລະບັດ​ຮັບໃຊ້​ເພິ່ນ​ຢູ່​ທີ່​ນັ້ນ ແລະ​ມີ​ຫລາຍ​ລ້ານ​ຄົນ​ຢືນ​ຢູ່​ຊ້ອງໜ້າ​ເພິ່ນ. ສານ​ເລີ່ມ​ການ​ພິພາກສາ ແລະ​ໜັງສື​ຕ່າງໆ​ກໍ​ຖືກ​ເປີດ​ອອກ.


ເພິ່ນ​ບອກ​ວ່າ, “ສັດ​ໃຫຍ່​ສີ່​ໂຕ​ເຫຼົ່ານີ້ ແມ່ນ​ອານາຈັກ​ທັງ​ສີ່ ທີ່​ຈະ​ເກີດຂຶ້ນ​ໃນ​ແຜ່ນດິນ​ໂລກ.


ຄັບຣີເອນ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ຂ້າງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ຕົກໃຈ​ຫລາຍ​ຈົນ​ລົ້ມລົງ​ກັບ​ພື້ນດິນ. ຄັບຣີເອນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຂົ້າໃຈ​ຄວາມໝາຍ​ເຖີດ. ນິມິດ​ນັ້ນ​ເປັນ​ຈຸດ​ຊີ້ບອກ​ການ​ສິ້ນສຸດ​ຂອງ​ໂລກ.”


ເພິ່ນ​ໄດ້​ອະທິບາຍ​ວ່າ, “ດານີເອນ​ເອີຍ ເຮົາ​ມາ​ທີ່​ນີ້​ເພື່ອ​ຊ່ວຍ​ເຈົ້າ ໃຫ້​ເຂົ້າໃຈ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ກ້າວ​ຍ່າງ​ອອກ​ໄປ​ແລະ​ມີ​ເທວະດາ​ຕົນ​ອື່ນ​ອີກ ເຂົ້າ​ມາ​ພົບ​ເທວະດາ​ຕົນ​ນີ້.


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka