Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 7:12 - ພຣະຄຳພີສັກສິ

12 ສ່ວນ​ສັດ​ໂຕ​ອື່ນໆ​ກໍ​ຖືກ​ປົດ​ອອກ​ຈາກ​ອຳນາດ; ແຕ່​ພວກ​ມັນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.

Uka jalj uñjjattʼäta Copia luraña




ດານີເອນ 7:12
4 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ໄດ້​ຍິນ​ສຽງ​ຂອງ​ເຂົາ​ນ້ອຍ​ເວົ້າ​ຄຸຍໂມ້ ແລະ​ໂອ້ອວດ​ຂຶ້ນ. ເມື່ອ​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່ ສັດ​ໂຕ​ທີ​ສີ່​ໄດ້​ຖືກ​ຂ້າ ແລະ​ຊາກສົບ​ຂອງ​ມັນ​ກໍ​ຖືກ​ໂຍນ​ໃສ່​ໄຟ ເພື່ອ​ທຳລາຍ​ຖິ້ມ.


ໃນ​ເວລາ​ກາງຄືນ​ລະຫວ່າງ​ເກີດ​ນິມິດ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ໜຶ່ງ​ມີ​ຮູບຮ່າງ​ເໝືອນ​ມະນຸດ. ເພິ່ນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້າພະເຈົ້າ ເພິ່ນ​ມາ​ເທິງ​ເມກ​ໃນ​ສະຫວັນ ແລະ​ເພິ່ນ​ໄດ້​ໄປ​ຫາ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ແລະ​ເຂົ້າ​ເຝົ້າ​ເພິ່ນ.


ສ່ວນ​ຂ້າພະເຈົ້າ​ກໍ​ຊອມເບິ່ງ​ມັນ​ຊົນ​ແກະ​ໂຕ​ນີ້​ຢູ່. ແບ້​ໂຫດຮ້າຍ​ຫລາຍ ແລະ​ທຸ້ມ​ແຮງ​ທັງໝົດ​ຊົນ​ແກະ ຈົນ​ເຂົາ​ທັງສອງ​ຂອງ​ແກະ​ຫັກ​ໄປ. ຝ່າຍ​ແກະ​ບໍ່ມີ​ແຮງ​ຕ້ານທານ​ມັນ​ໄດ້. ມັນ​ຖືກ​ແບ້​ຊິດ​ລົ້ມລົງ​ດິນ ແລະ​ຖືກ​ຢຽບຢໍ່າ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ແກະ​ໃຫ້​ພົ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka