1 ໃນປີທຳອິດແຫ່ງຣາຊການຂອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ຂ້າພະເຈົ້າໄດ້ຝັນ ແລະເຫັນນິມິດໃນເວລາກາງຄືນ. ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກຄວາມຝັນນັ້ນໄວ້ ແລະຕໍ່ໄປນີ້ແມ່ນບັນທຶກຂອງຄວາມຝັນ
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
ໃນຄືນນັ້ນ ພຣະເຈົ້າໄດ້ກ່າວກັບຢາໂຄບທາງຄວາມຝັນວ່າ, “ຢາໂຄບ ຢາໂຄບເອີຍ.” ເພິ່ນຂານຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ດັ່ງຝັນຮ້າຍທີ່ກຸກກວນຂ້ອຍຕອນນອນຫລັບ ຂ້ອຍນອນຫລັບໆຕື່ນໆສັບສົນວຸ້ນວາຍໃຈຍ້ອນ.
ພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຂຽນລົງໃສ່ໜັງສືມ້ວນໜຶ່ງວ່າ ປະຊາຊົນເປັນຄົນຢ່າງໃດເພື່ອຈະໄດ້ບັນທຶກໄວ້ເປັນການຖາວອນວ່າ ພວກເຂົາຊົ່ວຊ້າສໍ່າໃດ.
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງເອົາປ້າຍໃຫຍ່ແຜ່ນໜຶ່ງມາ ແລະຂຽນໜັງສືໂຕໃຫຍ່ໆໃສ່ໃນນັ້ນ ວ່າ: ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.’
ຜູ້ທຳນວາຍທີ່ໄດ້ຝັນກໍຄວນກ່າວວ່າ ເປັນແຕ່ຄວາມຝັນເທົ່ານັ້ນ; ແຕ່ຜູ້ທຳນວາຍທີ່ໄດ້ຍິນຖ້ອຍຄຳຂອງເຮົາ ກໍຕ້ອງປະກາດຖ້ອຍຄຳນັ້ນຢ່າງສັດຊື່. ເຟືອງເຂົ້າຈະປຽບກັບເຂົ້າໄດ້ບໍ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ຊົນຊາດທັງໝົດຈະຮັບໃຊ້ລາວ ແລະພວກເຂົາຈະຮັບໃຊ້ລູກຫລານຂອງລາວດ້ວຍ ຈົນກວ່າເຖິງກຳນົດທີ່ຊົນຊາດຂອງລາວເອງຫຼົ້ມຈົມໄປ. ແລ້ວຊົນຊາດຂອງລາວກໍຈະຮັບໃຊ້ຊົນຊາດທັງຫລາຍ ທີ່ມີອຳນາດແລະບັນດາກະສັດທີ່ຍິ່ງໃຫຍ່.
ແລ້ວຂ້າພະເຈົ້າກໍເອົາເຈ້ຍມ້ວນໜຶ່ງອີກມອບໃຫ້ບາຣຸກລູກຊາຍຂອງເນຣີຢາ ເລຂາທິການຂອງຂ້າພະເຈົ້າ ຂຽນທຸກຖ້ອຍຄຳຕາມຄຳບອກຂອງຂ້າພະເຈົ້າ. ລາວໄດ້ຂຽນຖ້ອຍຄຳທັງໝົດທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດ ແລະຍັງຕື່ມຂໍ້ຄວາມອີກຫລາຍຢ່າງ ທີ່ຄືກັນກັບທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນ.
ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນບາຣຸກລູກຊາຍຂອງເນຣີຢາເຂົ້າມາຫາ; ແລະໃຫ້ຂຽນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ. ແລ້ວບາຣຸກກໍໄດ້ຂຽນຖ້ອຍຄຳທັງໝົດລົງໃນເຈ້ຍມ້ວນນັ້ນ.
ເມື່ອວັນທີຫ້າຂອງເດືອນທີສີ່ ໃນປີທີສາມສິບ; ຂ້າພະເຈົ້າຄືປະໂຣຫິດເອເຊກຽນລູກຊາຍຂອງບູຊີ ໄດ້ຢູ່ກັບພວກຢິວທີ່ຖືກຈັບໄປເປັນຊະເລີຍທີ່ແຄມແມ່ນໍ້າເກບາກໃນບາບີໂລນ. ຟ້າສະຫວັນໄດ້ຖືກໄຂອອກ ແລະຂ້າພະເຈົ້າກໍໄດ້ເຫັນນິມິດຂອງພຣະເຈົ້າ.
ໃນນິມິດນັ້ນ ພຣະເຈົ້າໄດ້ນຳຂ້າພະເຈົ້າໄປທີ່ດິນແດນອິດສະຣາເອນ ແລະວາງຂ້າພະເຈົ້າໄວ້ເທິງພູສູງແຫ່ງໜຶ່ງ. ຂ້າພະເຈົ້າໄດ້ເຫັນອາຄານຈຸ້ມໜຶ່ງ ຢູ່ເບື້ອງໜ້າຂ້າພະເຈົ້າ ຊຶ່ງເປັນດັ່ງເມືອງໜຶ່ງ.
ພຣະເຈົ້າໄດ້ໃຫ້ພວກຊາຍໜຸ່ມສີ່ຄົນນີ້ ມີຄວາມຮູ້ແລະຄວາມຊຳນິຊຳນານໃນດ້ານວັນນະຄະດີແລະມີສະຕິປັນຍາເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງໄດ້ໂຜດໃຫ້ດານີເອນ ຊຳນານໃນການແປນິມິດແລະແກ້ຄວາມຝັນຕ່າງໆອີກດ້ວຍ.
ເມື່ອເຈົ້າເນບູກາດເນັດຊາເປັນກະສັດໄດ້ສອງປີແລ້ວ ເພິ່ນກໍຝັນຢ່າງໜຶ່ງ. ຄວາມຝັນນີ້ເຮັດໃຫ້ເພິ່ນເປັນທຸກໃຈຈົນນອນບໍ່ຫລັບ.
ກະສັດກ່າວແກ່ດານີເອນ (ຜູ້ມີຊື່ອີກວ່າເບັນເຕຊັດຊາເຣ) ວ່າ, “ເຈົ້າບອກຄວາມຝັນ ແລະແກ້ຄວາມຝັນຂອງເຮົາໄດ້ບໍ?”
ໃນຂະນະທີ່ເຮົາກຳລັງຄິດເຖິງນິມິດຢູ່ນັ້ນ ເຮົາກໍເຫັນເທວະດາຜູ້ອາລັກຂາຕົນໜຶ່ງ ລົງມາຈາກສະຫວັນ.
ແຕ່ເຮົາໄດ້ຝັນຢ່າງຕື່ນຕົກໃຈ ແລະເຫັນນິມິດອັນໜ້າຢ້ານ ໃນຂະນະທີ່ເຮົານອນຫລັບຢູ່.
ໃນຄືນໜຶ່ງ ກະສັດເບັນຊັດຊາເຣໄດ້ເຊີນເອົາເຈົ້ານາຍໜຶ່ງພັນຄົນ ມາໃນງານກິນລ້ຽງອັນໃຫຍ່ໂຕ ແລະເພິ່ນກໍຮ່ວມດື່ມເຫຼົ້າອະງຸ່ນກັບພວກເຫຼົ່ານີ້.
ແຕ່ທ່ານເອງຜູ້ເປັນລູກຊາຍຂອງເພິ່ນ ເຖິງແມ່ນວ່າທ່ານໄດ້ຮູ້ເລື່ອງນີ້ແລ້ວກໍຕາມ ທ່ານກໍຍັງບໍ່ໄດ້ຖ່ອມຕົວ.
ໃນຄືນນັ້ນເອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບສັງຫານ;
ໃນເວລາກາງຄືນລະຫວ່າງເກີດນິມິດນີ້ ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງມີຮູບຮ່າງເໝືອນມະນຸດ. ເພິ່ນຫຍັບເຂົ້າມາໃກ້ຂ້າພະເຈົ້າ ເພິ່ນມາເທິງເມກໃນສະຫວັນ ແລະເພິ່ນໄດ້ໄປຫາຜູ້ມີຊີວິດຢູ່ຕະຫລອດໄປ ແລະເຂົ້າເຝົ້າເພິ່ນ.
ນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ ແລະຂ້າພະເຈົ້າກໍເປັນທຸກໃຈທີ່ສຸດ.
ໃນຂະນະທີ່ ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ນັ້ນ ກໍມີສັດໂຕທີສີ່ປາກົດຂຶ້ນມາ. ມັນມີອຳນາດຫລາຍທັງເປັນຕາຢ້ານ ແລະຮ້າຍກາດ. ດ້ວຍແຂ້ວເຫຼັກຂະໜາດໃຫຍ່ນັ້ນ ມັນໄດ້ຫຍໍ້າກິນສິ່ງທີ່ເປັນເຫຍື່ອຂອງມັນ ແລະທັງຢຽບຢໍ່າຖິ້ມ. ມັນມີສິບເຂົາແລະບໍ່ເໝືອນກັບສັດອື່ນໆ.
ໃນປີທີສາມທີ່ເບັນຊັດຊາເຣເປັນກະສັດນັ້ນ ຂ້າພະເຈົ້າໄດ້ເຫັນນິມິດເປັນເທື່ອທີສອງ.
ແລ້ວເຮົາຈະເທວິນຍານຂອງເຮົາແກ່ຄົນທັງປວງ ລູກຊາຍຍິງພວກເຈົ້າຈະປະກາດພຣະທຳຂອງເຮົາໄດ້; ສ່ວນຜູ້ເຖົ້າຈະຝັນເຫັນສິ່ງຕ່າງໆນາໆ ແລະຊາຍໜຸ່ມຍິງສາວກໍຈະເຫັນນິມິດຕ່າງໆ.
ຕາມຈິງແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບໍ່ໄດ້ເຮັດສິ່ງໃດ ໂດຍບໍ່ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງແກ່ຜູ້ທຳນວາຍຄືຜູ້ຮັບໃຊ້ຂອງພຣະອົງ.
ພຣະເຈົ້າຢາເວໄດ້ໃຫ້ຄຳຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ.
ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ບັດນີ້ ຈົ່ງຟັງເຮົາກ່າວໃຫ້ດີ ເມື່ອມີຜູ້ທຳນວາຍໃນທ່າມກາງພວກເຈົ້າ ເຮົາໄດ້ປາກົດເຮົາເອງໃຫ້ແກ່ພວກເຂົາເຫັນທາງນິມິດ ແລະກ່າວແກ່ພວກເຂົາທາງຄວາມຝັນ.
ທຸກສິ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີ ກໍມີໄວ້ເພື່ອສັ່ງສອນພວກເຮົາ ເພື່ອວ່າພວກເຮົາຈະມີຄວາມຫວັງດ້ວຍຄວາມອົດທົນ ແລະມີຄວາມຊູໃຈ ດ້ວຍພຣະຄຳພີທີ່ໄດ້ກ່າວໄວ້ນັ້ນ.
ເຮົາຈຳເປັນຕ້ອງອວດ, ເຖິງແມ່ນວ່າການອວດນັ້ນ ບໍ່ເປັນຜົນດີຫຍັງກໍຕາມ, ແຕ່ບັດນີ້ ເຮົາຈະເວົ້າເຖິງນິມິດ ແລະການຊົງສຳແດງ ຊຶ່ງເຮົາໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ.
ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າໄດ້ເຫັນ, ສິ່ງທີ່ເປັນຢູ່ດຽວນີ້ ແລະສິ່ງທີ່ຈະເກີດຂຶ້ນຕາມພາຍຫລັງ.
ພໍສຽງເຫຼົ່ານັ້ນດັງອອກມາ ຂ້າພະເຈົ້າເກືອບຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງກ່າວມາຈາກສະຫວັນວ່າ, “ຈົ່ງປົກປິດຖ້ອຍຄຳທີ່ຟ້າຮ້ອງທັງເຈັດໄດ້ກ່າວນັ້ນ ເປັນຄວາມລັບ ຢ່າຂຽນລົງໄປ.”