Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:8 - ພຣະຄຳພີສັກສິ

8 ສະນັ້ນ ຂໍ​ໃຫ້​ພະຣາຊາ​ອອກ​ຄຳສັ່ງ​ນີ້​ແລະ​ເຊັນ​ຊື່​ລົງ​ໃນ​ໜັງສື​ໝາຍສຳຄັນ ເພື່ອ​ຈະ​ໄດ້​ນຳ​ອອກ​ໄປ​ໃຊ້​ບັງຄັບ​ເປັນ​ກົດໝາຍ​ຂອງ​ເມເດຍ​ແລະ​ເປີເຊຍ ຊຶ່ງ​ເປັນ​ກົດໝາຍ​ທີ່​ປ່ຽນແປງ​ບໍ່ໄດ້.”

Uka jalj uñjjattʼäta Copia luraña




ດານີເອນ 6:8
11 Jak'a apnaqawi uñst'ayäwi  

ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍ​ຈົ່ງ​ອອກ​ດຳລັດ​ປະກາດ​ເປັນ​ທາງການ​ວ່າ ຣາຊີນີ​ວາຊະຕີ​ຈະ​ເຂົ້າ​ມາ​ຫາ​ກະສັດ​ບໍ່ໄດ້​ອີກ​ຕໍ່ໄປ. ຈົ່ງ​ຂຽນ​ຄຳ​ປະກາດ​ນີ້​ໄວ້​ໃນ​ກົດໝາຍ​ຂອງ​ເປີເຊຍ​ແລະ​ເມເດຍ ເພື່ອ​ວ່າ​ຈະ​ບໍ່ມີ​ການ​ລົບລ້າງ​ໄດ້​ຈັກເທື່ອ. ແລ້ວ​ໃຫ້​ຍົກ​ຕຳແໜ່ງ​ຣາຊີນີ​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ນາງ.


ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.


ມໍເດໄກ​ໄດ້​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ນັ້ນ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່. ຈົດໝາຍ​ໄດ້​ຖືກ​ສົ່ງ​ໄປ​ໂດຍ​ພວກ​ຂີ່​ມ້າ​ໂຕ​ໄວ​ທີ່ສຸດ​ຈາກ​ຄອກ​ມ້າ​ຂອງ​ກະສັດ.


ຕໍ່ມາ ຣາຊີນີ​ເອສະເທີ​ກໍໄດ້​ກ່າວ​ຕໍ່​ກະສັດ​ອີກ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເພິ່ນ​ທັງ​ຮ້ອງໄຫ້. ຣາຊີນີ​ຮ້ອງ​ຂໍ​ເພິ່ນ​ໃຫ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ລົງ​ໄປ ເພື່ອ​ຢຸດຢັ້ງ​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ຮາມານ ເຊື້ອສາຍ​ຂອງ​ອາກັກ ຜູ້​ທີ່​ໄດ້​ປະພຶດ​ຊົ່ວ​ຕໍ່ສູ້​ຊາວຢິວ.


ແຕ່ວ່າ​ຄຳ​ປະກາດ​ທີ່​ໃຊ້​ອອກ​ໄປ​ໃນ​ນາມ​ຂອງ​ກະສັດ ແລະ​ທັງ​ປະທັບຕາ​ດ້ວຍ​ກາປະທັບ​ຂອງ​ກະສັດ​ນັ້ນ​ຈະ​ລົບລ້າງ​ບໍ່ໄດ້. ເຖິງ​ຢ່າງ​ໃດ​ກໍຕາມ ໃຫ້​ຣາຊີນີ​ຂຽນ​ຈົດໝາຍ​ໄປ​ຫາ​ຊາວຢິວ​ຕາມ​ໃຈຊອບ ໃຫ້​ຂຽນ​ໃນ​ນາມ​ຂອງເຮົາ ແລະ​ປະທັບ​ກາ​ຂອງ​ກະສັດ​ໃສ່.”


ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເຮັດ​ກົດໝາຍ​ອັນ​ບໍ່​ຍຸດຕິທຳ​ເພື່ອ​ກົດຂີ່​ປະຊາຊົນ​ຂອງເຮົາ.


ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”


ພວກເຂົາ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ຟ້ອງ​ດານີເອນ​ວ່າ, “ຂ້າແດ່​ພະຣາຊາ ທ່ານ​ໄດ້​ເຊັນ​ຊື່​ລົງ​ໃນ​ໜັງສື​ຄຳສັ່ງ​ແລ້ວ​ວ່າ​ໃນ​ລະຫວ່າງ​ສາມສິບ​ວັນ​ຕໍ່ໄປ ຖ້າ​ບຸກຄົນ​ໜຶ່ງ​ຄົນໃດ ພາວັນນາ​ອະທິຖານ​ຂໍ​ສິ່ງໜຶ່ງ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ ບຸກຄົນ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.” ກະສັດ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ເປັນ​ຄຳສັ່ງ​ທີ່​ເດັດຂາດ ເປັນ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ຊຶ່ງ​ຖືກ​ປ່ຽນແປງ​ບໍ່ໄດ້.”


ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ກັບ​ມາ​ຫາ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພະຣາຊາ​ກໍ​ຮູ້​ຢູ່​ວ່າ​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ນັ້ນ ບໍ່ມີ​ຄຳສັ່ງ​ໃດໆ​ທີ່​ພະຣາຊາ​ປະກາດ​ອອກ​ໄປ​ແລ້ວ​ຖືກ​ປ່ຽນແປງ​ໄດ້.”


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka