Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:7 - ພຣະຄຳພີສັກສິ

7 ພວກ​ຂ້ານ້ອຍ​ທັງໝົດ​ຜູ້​ບໍລິຫານ​ອານາຈັກ​ຂອງທ່ານ ຄື​ຜູ້​ກວດກາ​ຣາຊການ​ແຜ່ນດິນ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຄົນອື່ນໆ​ໄດ້​ຕົກລົງ​ກັນ​ເຫັນດີ​ວ່າ ພະຣາຊາ​ສົມຄວນ​ຈະ​ອອກ​ຄຳສັ່ງ​ຢ່າງ​ໜຶ່ງ ແລະ​ໃຫ້​ທຸກຄົນ​ເຮັດ​ຕາມ​ຢ່າງ​ເຂັ້ມງວດ. ໃຫ້​ອອກ​ຄຳສັ່ງ​ວ່າ​ໃນ​ສາມສິບ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ທັງ​ສິ້ນ ເວັ້ນໄວ້​ແຕ່​ຂໍ​ຈາກ​ພະຣາຊາ​ເທົ່ານັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຝ່າຝືນ​ຄຳສັ່ງ​ນີ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.

Uka jalj uñjjattʼäta Copia luraña




ດານີເອນ 6:7
25 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.


ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.


ຂ້າແດ່​ພຣະເຈົ້າຢາເວ ເບິ່ງດູ! ພວກເຂົາ​ລໍ​ຖ້າ​ທີ່​ຈະ​ສັງຫານ​ຂ້ານ້ອຍ ຄົນ​ໂຫດຮ້າຍ​ໂຮມກັນ​ຕໍ່ສູ້​ຂ້ານ້ອຍ​ຢູ່. ແຕ່​ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ຂ້ານ້ອຍ ຫລື​ຍ້ອນ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ແລ້ວ​ພວກເຂົາ​ກໍ​ເຫັນ​ພ້ອມ​ຕາມ​ແຜນການ ໂດຍ​ເຕົ້າໂຮມ​ກັນ​ເປັນ​ພັນທະມິດ​ຕໍ່ສູ້​ພຣະອົງ.


ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.


ພວກເຂົາ​ໄດ້​ຕອບ​ກະສັດ​ເປັນ​ພາສາ​ອາຣາມິກ​ວ່າ, “ຂໍ​ໃຫ້​ພະຣາຊາ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຂໍ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຟັງ​ເບິ່ງດູ ແລະ​ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໃຫ້.”


ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ​ນັ້ນ ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ.


ແລ້ວ​ກະສັດ​ກໍໄດ້​ສັ່ງ​ບັນດາ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ໃນ​ແຂວງ​ທັງໝົດ​ຂອງເພິ່ນ​ໃຫ້​ມາ​ໂຮມກັນ​ດັ່ງນີ້: ເຈົ້າແຂວງ, ຮອງ​ເຈົ້າແຂວງ, ຜູ້ປົກຄອງ​ກຳແພງ​ນະຄອນ, ນາຍຄັງ, ຜູ້​ພິພາກສາ, ຕຸລາການ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ. ບັນດາ​ຂ້າຣາຊການ​ເຫຼົ່ານີ້​ຕ້ອງ​ມາ​ໃນ​ງານ​ສະຫລອງ​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.


ຝ່າຍ​ບັນດາ​ພວກ​ຜູ້ປົກຄອງ, ເຈົ້າແຂວງ, ຮອງ​ເຈົ້າແຂວງ ແລະ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄົນອື່ນໆ ຕ່າງ​ກໍ​ເບິ່ງ​ຊາຍ​ສາມ​ຄົນ​ນີ້; ພວກເຂົາ​ບໍ່ໄດ້​ຮັບ​ບາດເຈັບ​ຍ້ອນ​ໄຟ​ນັ້ນ​ເລີຍ. ຜົມ​ກໍ​ບໍ່​ຖືກ​ໄຟ​ໄໝ້, ເຄື່ອງນຸ່ງ​ກໍ​ບໍ່​ຖືກ​ໄຟ​ໄໝ້ ແລະ​ໃນ​ຕົວ​ຂອງ​ພວກເຂົາ​ກໍ​ບໍ່ມີ​ກິ່ນ​ຄວັນໄຟ​ເລີຍ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ​ຂາບ ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ.”


ດັ່ງນັ້ນ ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ໂຍນ​ດານີເອນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. ເພິ່ນ​ກ່າວ​ຕໍ່​ດານີເອນ​ວ່າ, “ຂໍ​ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ເຈົ້າ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ຊ່ວຍກູ້​ເອົາ​ເຈົ້າ​ເຖີດ.”


ພຣະເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ອັດ​ປາກ​ສິງ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ທຳຮ້າຍ​ຂ້ານ້ອຍ. ຂ້າແດ່​ພະຣາຊາ ພຣະເຈົ້າ​ໄດ້​ເຮັດ​ດັ່ງນີ້​ຍ້ອນ​ພຣະອົງ​ຮູ້ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ​ແລະ​ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ.”


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ສິງ​ໄດ້​ຂ້າ​ເຫຍື່ອ​ຂອງ​ມັນ​ກິນ​ເປັນ​ອາຫານ ແລ້ວ​ກໍ​ຈີກ​ເຫຍື່ອ​ທີ່​ໄດ້​ມາ​ເປັນ​ຕ່ອນໆ; ແລ້ວ​ກໍ​ປັນ​ໃຫ້​ສິງແມ່ ແລະ​ລູກໆ​ຂອງມັນ​ກິນ ຈົນ​ຖໍ້າ​ເຕັມ​ໄປ​ດ້ວຍ​ຊີ້ນ​ສັດ​ທີ່​ມັນ​ຂ້າ​ມາ​ໄດ້.


ແລ້ວ​ພວກ​ຟາຣີຊາຍ​ກໍ​ພາກັນ​ອອກ​ໄປ​ປຶກສາ​ກັນ ແລະ​ວາງແຜນ​ເພື່ອ​ຈະ​ຂ້າ​ພຣະເຢຊູເຈົ້າ.


ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.


ພໍ​ຮຸ່ງ​ເຊົ້າ​ມາ ບັນດາ​ຫົວໜ້າ​ປະໂຣຫິດ, ພວກ​ເຖົ້າແກ່, ພວກ​ທຳມະຈານ ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ປຶກສາ​ຫາລື​ກັນ​ແລ້ວ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ​ພາ​ໄປ​ມອບ​ໃຫ້​ປີລາດ.


ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປຶກສາ​ກັນ​ວ່າ ຈະ​ຂ້າ​ລາຊະໂຣ​ເໝືອນກັນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka