Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:5 - ພຣະຄຳພີສັກສິ

5 ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ພວກເຮົາ​ຈະ​ຫາ​ເລື່ອງ​ມາ​ຟ້ອງ​ດານີເອນ​ບໍ່ໄດ້​ດອກ ນອກຈາກ​ຫາເລື່ອງ​ຕໍ່ສູ້​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງລາວ​ແຕ່​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ດານີເອນ 6:5
8 Jak'a apnaqawi uñst'ayäwi  

ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ຄົນຊົ່ວຮ້າຍ​ຕັ້ງໜ້າ​ຊອມເບິ່ງ​ຄົນ​ຊອບທຳ ທັງ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ລາວ​ຖິ້ມ


ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’


ເພິ່ນ​ກ່າວ​ແກ່​ດາວິດ​ວ່າ, “ເຈົ້າ​ເປັນ​ຝ່າຍ​ຖືກ​ແຕ່​ຂ້ອຍ​ເປັນ​ຝ່າຍ​ຜິດ. ເຈົ້າ​ເຮັດ​ດີທີ່ສຸດ​ຕໍ່​ຂ້ອຍ ໃນ​ເມື່ອ​ຂ້ອຍ​ເຮັດ​ຊົ່ວ​ຕໍ່​ເຈົ້າ.


ເມື່ອ​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ຫລຽວເຫັນ​ພວກເຂົາ​ຈຶ່ງ​ຖາມ​ວ່າ, “ພວກ​ເຮັບເຣີ​ເຫຼົ່ານີ້​ມາ​ເຮັດ​ຫຍັງ​ຢູ່​ໃນ​ທີ່​ນີ້?” ເຈົ້າ​ອາກີເຊ​ຕອບ​ວ່າ, “ຜູ້​ນີ້​ແມ່ນ​ດາວິດ​ຜູ້ຮັບໃຊ້​ຂອງ​ໂຊນ ກະສັດ​ຂອງ​ຊາດ​ອິດສະຣາເອນ. ລາວ​ຢູ່​ນຳ​ເຮົາ​ມານານ​ພໍສົມຄວນ​ແລ້ວ. ນັບ​ຕັ້ງແຕ່​ມື້​ທີ່​ລາວ​ໄດ້​ມາ​ຢູ່​ນຳ​ເຮົາ ລາວ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ໃຫ້​ເຮົາ​ເຫັນ​ເລີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka