Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:4 - ພຣະຄຳພີສັກສິ

4 ແລ້ວ​ຜູ້​ກວດກາ ແລະ​ເຈົ້າແຂວງ​ຄົນອື່ນໆ ກໍ​ພະຍາຍາມ​ຊອກ​ຈັບ​ຜິດ​ດານີເອນ​ໃນ​ການ​ບໍລິຫານ​ອານາຈັກ; ແຕ່​ພວກເຂົາ​ຈັບ​ຜິດ​ບໍ່ໄດ້ ເພາະ​ດານີເອນ​ເປັນ​ຄົນ​ສັດຊື່​ທີ່ສຸດ​ແລະ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຜິດ ຫລື​ໃນ​ສິ່ງ​ທີ່​ເສື່ອມເສຍ​ໃດໆ​ເລີຍ.

Uka jalj uñjjattʼäta Copia luraña




ດານີເອນ 6:4
32 Jak'a apnaqawi uñst'ayäwi  

ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”


ເມື່ອ​ຄົນ​ຮັບໃຊ້​ນຳ​ພວກເຂົາ​ມາ​ຮອດ​ເຮືອນ​ຂອງ​ໂຢເຊັບ​ພວກເຂົາ​ກໍ​ຢ້ານ​ຫລາຍ ແລະ​ຄິດ​ວ່າ, “ລາວ​ພາ​ພວກເຮົາ​ມາ​ທີ່​ນີ້ ເພາະ​ເງິນ​ທີ່​ພວກເຮົາ​ໄດ້​ພົບ​ຢູ່​ໃນ​ຖົງເຂົ້າ​ຄາວ​ທີ່​ມາ​ຖ້ຽວ​ທຳອິດ​ນັ້ນ​ແຫຼະ. ເຂົາ​ຈະ​ຕ້ອງ​ຂ້ຽນ​ພວກເຮົາ, ຢຶດເອົາ​ລໍ​ທັງໝົດ​ຂອງ​ພວກເຮົາ ແລະ​ເອົາ​ພວກເຮົາ​ໄປ​ເປັນ​ທາດ.”


ຄົນ​ຊອບທຳ​ກຽດຊັງ​ຄົນຊົ່ວ​ແລະ​ຄົນຊົ່ວ​ກໍ​ກຽດຊັງ​ຄົນ​ຊອບທຳ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’


ມີ​ຊາວ​ບາບີໂລນ​ບາງຄົນ​ໄດ້​ສວຍ​ໂອກາດ​ນີ້​ກ່າວ​ຟ້ອງ​ຊາວຢິວ.


ລາວ​ມີ​ຄວາມ​ສາມາດ​ຜິດ​ທຳມະດາ, ເປັນ​ຄົນສະຫລາດ ແລະ​ຊຳນິ​ຊຳນານ​ໃນ​ການ​ແກ້​ຄວາມຝັນ, ແກ້​ບັນຫາ ແລະ​ແກ້​ຄວາມ​ເລິກລັບ​ທັງຫລາຍ​ໄດ້; ສະນັ້ນ ຈົ່ງ​ໃຊ້​ຄົນ​ໄປ​ເອີ້ນ​ດານີເອນ​ຊາຍ​ຄົນ​ນີ້​ເຂົ້າ​ມາ (ຜູ້​ທີ່​ກະສັດ​ໃສ່​ຊື່​ໃຫ້​ໃໝ່​ວ່າ​ເບັນເຕຊັດຊາເຣ) ແລະ​ລາວ​ຈະ​ບອກ​ຄວາມໝາຍ​ທັງໝົດ​ນີ້​ໃຫ້​ແກ່​ລູກ.”


ພຣະເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ອັດ​ປາກ​ສິງ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ທຳຮ້າຍ​ຂ້ານ້ອຍ. ຂ້າແດ່​ພະຣາຊາ ພຣະເຈົ້າ​ໄດ້​ເຮັດ​ດັ່ງນີ້​ຍ້ອນ​ພຣະອົງ​ຮູ້ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ​ແລະ​ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ.”


ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.


ເພາະ​ປີລາດ​ຮູ້​ດີ​ວ່າ ພວກ​ຜູ້ນຳ​ສາສະໜາ​ຢິວ​ໄດ້​ມອບ​ພຣະເຢຊູເຈົ້າ​ໄວ້​ດ້ວຍ​ໃຈ​ອິດສາ.


ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ.


ຕໍ່ໜ້າ​ປະຊາຊົນ​ຢູ່​ທີ່​ນັ້ນ ພວກເຂົາ​ຈັບ​ຜິດ​ພຣະອົງ​ເລື່ອງ​ໃດໆ​ບໍ່ໄດ້​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ງຶດ​ປະຫລາດ​ໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ ຈຶ່ງ​ມິດງຽບ​ຢູ່.


ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.


ປີລາດ​ໄດ້​ອອກ​ໄປ​ອີກເທື່ອໜຶ່ງ ແລະ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ເຮົາ​ຈະ​ນຳ​ລາວ​ອອກ​ມາ​ເພື່ອ​ໃຫ້​ພວກທ່ານ​ຮູ້​ວ່າ ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້.”


ສິ່ງໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ຕໍ່ໄປ ເພື່ອ​ບໍ່​ໃຫ້​ຄົນ​ພວກ​ນັ້ນ​ມີ​ເຫດ​ອວດອ້າງ​ໄດ້​ວ່າ ການງານ​ທີ່​ພວກເຂົາ​ເຮັດ​ນັ້ນ​ແມ່ນ​ຢ່າງ​ດຽວ​ກັບ​ທີ່​ເຮົາ​ດຳເນີນ​ຢູ່.


ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຖືກ​ຕິຕຽນ ແລະ​ບໍ່ມີ​ຄວາມຜິດ ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາສະຈາກ​ຄວາມຜິດ ໃນ​ການ​ດຳເນີນ​ຊີວິດ​ຢູ່​ໃນ​ໂລກ ທີ່​ເຕັມ​ໄປ​ດ້ວຍ​ການ​ສໍ້ໂກງ​ແລະ​ຊົ່ວຊ້າ. ພວກເຈົ້າ​ຕ້ອງ​ສ່ອງແຈ້ງ​ຢູ່​ໃນ​ທ່າມກາງ​ພວກເຂົາ ດັ່ງ​ດວງດາວ​ທີ່​ສ່ອງແສງ​ຢູ່​ໃນ​ທ້ອງຟ້າ,


ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.


ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.


ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸພາບ​ແລະ​ຢຳເກງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ປະໝາດ​ນິນທາ ຄົນ​ທີ່​ກ່າວ​ຫຍາບຊ້າ ຕໍ່​ທຳນຽມ​ຄຣິສຕຽນ​ອັນ​ດີ​ຂອງ​ພວກເຈົ້າ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ພໍ່​ແມ່​ຂອງ​ແຊມຊັນ​ບໍ່​ຮູ້​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ນຳພາ​ແຊມຊັນ​ໃຫ້​ເຮັດ​ຢ່າງ​ນີ້ ຍ້ອນ​ພຣະອົງ​ຊອກ​ຫາ​ໂອກາດ​ທີ່​ຈະ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຢູ່. ໃນ​ເວລານັ້ນ ຊາດ​ອິດສະຣາເອນ​ໄດ້​ຕົກ​ຢູ່ໃຕ້​ອຳນາດ​ຂອງ​ພວກ​ຟີລິດສະຕິນ.


ປະຊາຊົນ​ພາກັນ​ຕອບ​ວ່າ, “ທ່ານ​ບໍ່ໄດ້​ສໍ້ໂກງ ຫລື​ຂົ່ມເຫັງ​ພວກ​ຂ້ານ້ອຍ​ແຕ່​ຢ່າງໃດ​ເລີຍ ແລະ​ທ່ານ​ກໍ​ບໍ່ໄດ້​ເອົາ​ສິ່ງໃດ​ສິ່ງໜຶ່ງ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ດ້ວຍ.”


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ອາຮີເມເຫຼັກ​ຕອບ​ວ່າ, “ດາວິດ​ເປັນ​ນາຍ​ທະຫານ​ຜູ້​ທີ່​ຊື່ສັດ​ທີ່ສຸດ​ຂອງທ່ານ! ທັງ​ເປັນ​ລູກ​ເຂີຍ​ຂອງທ່ານ​ເອງ ເປັນ​ຜູ້​ບັນຊາການ​ທະຫານ​ຮັກສາ​ທ່ານ ແລະ​ທຸກຄົນ​ທີ່​ຢູ່​ໃນ​ວັງ​ນີ້​ກໍ​ນັບຖື​ລາວ​ເປັນ​ຢ່າງສູງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka