Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:3 - ພຣະຄຳພີສັກສິ

3 ຕໍ່ມາ​ບໍ່​ເຫິງ ດານີເອນ​ກໍໄດ້​ສະແດງ​ໃຫ້​ເຫັນ​ວ່າ ຕົນ​ເຮັດ​ວຽກ​ດີກວ່າ​ຜູ້​ກວດກາ​ຣາຊການ ແລະ​ເຈົ້າແຂວງ​ຄົນອື່ນໆ. ຍ້ອນ​ດານີເອນ​ເປັນ​ຄົນ​ເດັ່ນ​ນີ້​ເອງ ກະສັດ​ຈຶ່ງ​ພິຈາລະນາ​ແຕ່ງຕັ້ງ​ເພິ່ນ​ເປັນ​ຜູ້​ຮັບຜິດຊອບ​ທົ່ວ​ທັງ​ອານາຈັກ.

Uka jalj uñjjattʼäta Copia luraña




ດານີເອນ 6:3
12 Jak'a apnaqawi uñst'ayäwi  

ໃຫ້​ປະຕິບັດ​ຕາມນີ້​ໃນ​ທັນທີ​ທັນໃດ​ໂລດ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ບໍ່​ເສຍ​ຜົນປະໂຫຍດ​ກ່ຽວກັບ​ເລື່ອງນີ້​ຕໍ່ໄປ.”


ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.


ມໍເດໄກ ຄົນ​ຢິວ​ຜູ້​ນີ້ ແມ່ນ​ຜູ້​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ຕຳແໜ່ງ​ເປັນ​ຜູ້​ຮອງ​ຈາກ​ກະສັດ​ເຊເຊັດ. ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ໃຫ້ກຽດ ແລະ​ເປັນ​ທີ່​ພໍໃຈ​ຂອງ​ພີ່ນ້ອງ​ຊາວຢິວ. ເພິ່ນ​ເຮັດ​ວຽກ​ເພື່ອ​ຜົນປະໂຫຍດ​ຂອງ​ຊົນຊາດ​ຂອງ​ເພິ່ນ ແລະ​ເພື່ອ​ຄວາມ​ປອດໄພ​ຂອງ​ລູກຫລານ​ເຊັ່ນ​ຕໍ່ມາ​ທັງໝົດ​ຂອງ​ເພິ່ນ.


ຄົນ​ທີ່​ເຊື່ອໝັ້ນ​ໃນ​ຕົນເອງ​ເປັນ​ຄົນ​ບໍ່​ມັກ​ເວົ້າ​ຫລາຍ ຄົນ​ທີ່​ທຸ່ນທ່ຽງ​ກໍ​ເປັນ​ຜູ້​ຮູ້ແຈ້ງເຫັນຈິງ.


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ແນ່ນອນ ຂ້າພະເຈົ້າ​ຮູ້​ໄດ້​ວ່າ, “ປັນຍາ​ກໍດີກວ່າ​ຄວາມ​ໂງ່ຈ້າ ແລະ​ແຈ້ງ​ກໍດີກວ່າ​ມືດ.


ລາວ​ມີ​ຄວາມ​ສາມາດ​ຜິດ​ທຳມະດາ, ເປັນ​ຄົນສະຫລາດ ແລະ​ຊຳນິ​ຊຳນານ​ໃນ​ການ​ແກ້​ຄວາມຝັນ, ແກ້​ບັນຫາ ແລະ​ແກ້​ຄວາມ​ເລິກລັບ​ທັງຫລາຍ​ໄດ້; ສະນັ້ນ ຈົ່ງ​ໃຊ້​ຄົນ​ໄປ​ເອີ້ນ​ດານີເອນ​ຊາຍ​ຄົນ​ນີ້​ເຂົ້າ​ມາ (ຜູ້​ທີ່​ກະສັດ​ໃສ່​ຊື່​ໃຫ້​ໃໝ່​ວ່າ​ເບັນເຕຊັດຊາເຣ) ແລະ​ລາວ​ຈະ​ບອກ​ຄວາມໝາຍ​ທັງໝົດ​ນີ້​ໃຫ້​ແກ່​ລູກ.”


ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ເມື່ອ​ເຈົ້າ​ເລີ່ມຕົ້ນ​ຮ້ອງຂໍ​ຕໍ່​ພຣະເຈົ້າ ພຣະອົງ​ກໍ​ຕອບ​ເຈົ້າ. ພຣະອົງ​ຮັກ​ເຈົ້າ; ດັ່ງນັ້ນ ເຮົາ​ຈຶ່ງ​ມາ​ອະທິບາຍ​ຄຳຕອບ​ໃຫ້​ເຈົ້າ​ຮູ້. ບັດນີ້ ເຮົາ​ຈະ​ອະທິບາຍ​ນິມິດ​ນັ້ນ ຈົ່ງ​ຕັ້ງໃຈ​ຟັງ​ໃຫ້​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka