ດານີເອນ 6:16 - ພຣະຄຳພີສັກສິ16 ດັ່ງນັ້ນ ກະສັດຈຶ່ງອອກຄຳສັ່ງໃຫ້ໂຍນດານີເອນເຂົ້າໄປໃນຖໍ້າສິງ. ເພິ່ນກ່າວຕໍ່ດານີເອນວ່າ, “ຂໍພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າບົວລະບັດຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ຊ່ວຍກູ້ເອົາເຈົ້າເຖີດ.” Uka jalj uñjjattʼäta |
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”
ກະສັດເນບູກາດເນັດຊາໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງພຣະອົງລົງມາຊ່ວຍກູ້ເອົາຊາຍເຫຼົ່ານີ້ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄຳສັ່ງຂອງເຮົາ ແລະໄດ້ສ່ຽງຊີວິດຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ພະອື່ນ ນອກຈາກພຣະເຈົ້າຂອງຕົນເອງ.
ພວກຂ້ານ້ອຍທັງໝົດຜູ້ບໍລິຫານອານາຈັກຂອງທ່ານ ຄືຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຄົນອື່ນໆໄດ້ຕົກລົງກັນເຫັນດີວ່າ ພະຣາຊາສົມຄວນຈະອອກຄຳສັ່ງຢ່າງໜຶ່ງ ແລະໃຫ້ທຸກຄົນເຮັດຕາມຢ່າງເຂັ້ມງວດ. ໃຫ້ອອກຄຳສັ່ງວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະທິຖານຂໍສິ່ງໃດຈາກພຣະ ຫລືຄົນໃດໆທັງສິ້ນ ເວັ້ນໄວ້ແຕ່ຂໍຈາກພະຣາຊາເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄຳສັ່ງນີ້ຈະຖືກໂຍນເຂົ້າໄປໃນຖໍ້າສິງ.