Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 6:11 - ພຣະຄຳພີສັກສິ

11 ເມື່ອ​ພວກ​ສັດຕູ​ຂອງ​ດານີເອນ​ໄດ້​ສັງເກດ​ເຫັນ​ລາວ​ພາວັນນາ​ອະທິຖານ ແລະ​ວິງວອນ​ຂໍ​ຕໍ່ໜ້າ​ພຣະເຈົ້າ​ຂອງເພິ່ນ.

Uka jalj uñjjattʼäta Copia luraña




ດານີເອນ 6:11
7 Jak'a apnaqawi uñst'ayäwi  

ຢູ່​ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່​ຢ່າງ​ຈິງໃຈ​ແທ້ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ປິ່ນໜ້າ​ມາທາງ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຄື​ເມືອງ​ທີ່​ພຣະອົງ​ໄດ້​ເລືອກໄວ້ ແລະ​ປິ່ນໜ້າ​ມາ​ທາງ​ວິຫານ​ນີ້ ທີ່​ຂ້ານ້ອຍ​ໄດ້​ສ້າງ​ສຳລັບ​ນາມຊື່​ຂອງ​ພຣະອົງ;


ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.


ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ມື້​ໜຶ່ງ​ເຈັດ​ເທື່ອ ຍ້ອນ​ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ​ນັ້ນ.


ເມື່ອ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ ຂໍ​ພຣະອົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ຄື​ເມື່ອ​ຂ້ານ້ອຍ​ຍໍ​ມື​ໄປ​ທາງ​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ກ່າວ​ວ່າ, “ຂ້າແດ່​ພະຣາຊາ​ດາຣິອຸດ ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເຖີດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka