8 ບັນດາທີ່ປຶກສາປະຈຳກະສັດໄດ້ກ້າວອອກມາຂ້າງໜ້າ, ແຕ່ບໍ່ມີຜູ້ໃດອ່ານຄຳຂຽນ ຫລືບອກຄວາມໝາຍແກ່ກະສັດໄດ້.
ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ສະນັ້ນ ເພິ່ນຈຶ່ງສັ່ງຄົນໃຫ້ໄປເຊີນໝໍດູ ໝໍມໍ ແລະນັກປາດໃນປະເທດເອຢິບມາ. ກະສັດໄດ້ເລົ່າຄວາມຝັນໃຫ້ຄົນເຫຼົ່ານັ້ນຟັງ ແຕ່ບໍ່ມີຜູ້ໃດສາມາດແກ້ຄວາມຝັນໃຫ້ເພິ່ນໄດ້.
ແຕ່ພຽງບຶດດຽວເທົ່ານັ້ນ ພຽງແຕ່ໃນມື້ດຽວ ເຫດການເຫຼົ່ານີ້ທັງສອງກໍຈະເກີດຂຶ້ນ: ເຖິງວ່າຈະໃຊ້ເວດມົນຄາຖາທັງໝົດກໍຕາມ ເຈົ້າກໍຈະສູນເສຍຜົວ ແລະລູກຂອງເຈົ້າ.
ພຣະເຈົ້າຢາເວກ່າວວ່າ, “ບາບີໂລນຕາຍ ປະຊາຊົນຕາຍ ນັກປົກຄອງ ແລະນັກປາດດ້ວຍ.
ດານີເອນຕອບວ່າ, “ຂ້າແດ່ພະຣາຊາ ບໍ່ມີໝໍຜີ, ໝໍມົນ, ໝໍມໍ, ຫລືໝໍໂຫນຜູ້ໃດດອກ ທີ່ບອກຄວາມເລິກລັບນີ້ໄດ້.
ກະສັດເນບູກາດເນັດຊາໄດ້ກ່າວຕໍ່ໄປວ່າ, “ຄວາມຝັນຂອງເຮົາເປັນດັ່ງນີ້ແຫຼະ ເບັນເຕຊັດຊາເຣເອີຍ ບັດນີ້ຈົ່ງແກ້ຄວາມຝັນນີ້ໃຫ້ເຮົາແດ່. ບໍ່ມີທີ່ປຶກສາປະຈຳວັງຂອງເຮົາຄົນໃດແກ້ໄດ້, ແຕ່ເຈົ້າແກ້ໄດ້ ເພາະວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳເຈົ້າ.”
ເຮົາຢູ່ຢ່າງສະຫງົບສຸກໃນວັງຂອງເຮົາ ທັງມີຄວາມສຸກດ້ວຍຊັບສົມບັດອັນຫລວງຫລາຍ.
ແລ້ວພວກໝໍທັງໝົດຄື: ໝໍມໍ, ໝໍມົນ, ໝໍຜີ ແລະໝໍໂຫນ ກໍໄດ້ເຂົ້າມາພົບເຮົາ; ເຮົາໄດ້ເລົ່າຄວາມຝັນໃຫ້ພວກເຂົາຮູ້, ແຕ່ພວກເຂົາບໍ່ສາມາດແກ້ໄດ້.
ເຮົາໄດ້ເອີ້ນເອົາພວກທີ່ປຶກສາ ແລະພວກໝໍມົນເຂົ້າມາອ່ານ ແລະແປຄວາມໝາຍຂອງຄຳຂຽນນີ້, ແຕ່ພວກເຂົາຄົ້ນຄວ້າຕີຄວາມໝາຍບໍ່ໄດ້.