ດານີເອນ 5:7 - ພຣະຄຳພີສັກສິ7 ເພິ່ນຮ້ອງບອກໃຫ້ຄົນນຳເອົາໝໍມົນ, ໝໍວິຊາອາຄົມ ແລະໝໍໂຫນເຂົ້າມາ. ເມື່ອພວກເຂົາມາຮອດ ກະສັດກ່າວຕໍ່ພວກເຂົາວ່າ, “ຜູ້ໃດຜູ້ໜຶ່ງທີ່ອ່ານ ແລະແປຄວາມໝາຍທີ່ຂຽນນີ້ໄດ້ ຈະໄດ້ນຸ່ງເສື້ອຄຸມສີມ່ວງຂອງກະສັດ ແລະຈະໄດ້ຄ້ອງຄໍສາຍສ້ອຍຄຳກຽດຕິຍົດ ທັງຈະໄດ້ເປັນຜູ້ທີ່ມີອຳນາດຄົນທີສາມໃນອານາຈັກ.” Uka jalj uñjjattʼäta |
ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ.