5 ໃນທັນໃດນັ້ນ ກໍໄດ້ມີມືມະນຸດປາກົດໃຫ້ເຫັນ ແລະເລີ່ມຂຽນໃສ່ຝາຂອງຣາຊວັງ ບ່ອນທີ່ຕະກຽງສ່ອງແສງໃສແຈ້ງທີ່ສຸດ. ກະສັດເຫັນໃນຂະນະທີ່ມືນັ້ນກຳລັງຂຽນຢູ່.
ຄົນຊົ່ວຊ້ານັ້ນຈະມີໄຊຊະນະຢູ່ຊົ່ວຄາວ ພວກເຂົາຈະພົບຄວາມສຸກໃນໄລຍະສັ້ນໆເທົ່ານັ້ນ.
ຄົນທີ່ສືບຕໍ່ດື້ດ້ານຕໍ່ຄຳບອກສອນ ກໍຈະຫຼົ້ມຈົມຈົນເຫລືອແກ້ໃນມື້ໜຶ່ງ.
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ກະສັດຍັງກ່າວບໍ່ທັນຂາດຄຳ ກໍມີສຽງໜຶ່ງກ່າວລົງມາຈາກສະຫວັນວ່າ, “ກະສັດເນບູກາດເນັດຊາເອີຍ ຈົ່ງຟັງຄຳທີ່ເຮົາກ່າວ ບັດນີ້ ອຳນາດແຫ່ງກະສັດຂອງເຈົ້າຖືກປົດໄປຈາກເຈົ້າແລ້ວ.
ພຣະທຳນີ້ໄດ້ກາຍເປັນຈິງໃນທັນທີ ເຈົ້າເນບູກາດເນັດຊາຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະກິນຫຍ້າເໝືອນງົວ. ນໍ້າໝອກຕົກຖືກຕົນຕົວເພິ່ນ, ຂົນເພິ່ນຍາວເໝືອນຂົນນົກອິນຊີ ແລະເລັບເພິ່ນກໍຍາວເໝືອນເລັບນົກ.
ເຮົາໄດ້ເອີ້ນເອົາພວກທີ່ປຶກສາ ແລະພວກໝໍມົນເຂົ້າມາອ່ານ ແລະແປຄວາມໝາຍຂອງຄຳຂຽນນີ້, ແຕ່ພວກເຂົາຄົ້ນຄວ້າຕີຄວາມໝາຍບໍ່ໄດ້.
ແລະສັນລະເສີນບັນດາຮູບພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ.
ເພິ່ນຈຶ່ງໜ້າຊີດ ແລະຢ້ານຫລາຍຈົນຂາສັ່ນ.
ບັນດາທີ່ປຶກສາປະຈຳກະສັດໄດ້ກ້າວອອກມາຂ້າງໜ້າ, ແຕ່ບໍ່ມີຜູ້ໃດອ່ານຄຳຂຽນ ຫລືບອກຄວາມໝາຍແກ່ກະສັດໄດ້.
ພຣະອົງໄດ້ລຶບລ້າງກົດບັນຍັດພ້ອມກັບກົດລະບຽບຕ່າງໆ ທີ່ຜູກມັດຂັດຂວາງພວກເຮົາ ແລະໄດ້ຍົກເລີກສິ່ງນັ້ນເສຍ ໂດຍຕອກຕິດໄວ້ທີ່ໄມ້ກາງແຂນ.