Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 5:4 - ພຣະຄຳພີສັກສິ

4 ແລະ​ສັນລະເສີນ​ບັນດາ​ຮູບພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ.

Uka jalj uñjjattʼäta Copia luraña




ດານີເອນ 5:4
21 Jak'a apnaqawi uñst'ayäwi  

ບັນດາ​ແຂກ​ຂອງ​ອາໂດນີຢາ​ພາກັນ​ຢ້ານກົວ ແລະ​ທຸກຄົນ​ກໍ​ລຸກ​ຂຶ້ນ​ໜີໄປ​ຕາມ​ທາງ​ຂອງ​ໃຜ​ລາວ.


ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ດານີເອນ​ໄດ້​ຕັດສິນໃຈ​ວ່າ​ຈະ​ບໍ່​ໃຫ້​ຕົນເອງ​ເປັນ​ມົນທິນ ຍ້ອນ​ກິນ​ອາຫານ​ແລະ​ເຫຼົ້າ​ອະງຸ່ນ​ຈາກ​ຣາຊສຳນັກ; ດັ່ງນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັດຊະເປນັດ​ຊ່ວຍເຫລືອ​ຕົນ


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ນຳ​ເອົາ​ຈອກຄຳ​ແລະ​ຖ້ວຍ​ຄຳ​ທີ່​ໄດ້​ເອົາ​ມາ​ຈາກ​ພຣະວິຫານ, ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ມາ​ໃຫ້​ເພິ່ນ​ໃນທັນທີ ແລະ​ທຸກຄົນ​ຕ່າງ​ກໍ​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ພາຊະນະ​ເຫຼົ່ານີ້


ໃນ​ທັນໃດນັ້ນ ກໍໄດ້​ມີ​ມື​ມະນຸດ​ປາກົດ​ໃຫ້​ເຫັນ ແລະ​ເລີ່ມ​ຂຽນ​ໃສ່​ຝາ​ຂອງ​ຣາຊວັງ ບ່ອນ​ທີ່​ຕະກຽງ​ສ່ອງ​ແສງ​ໃສ​ແຈ້ງ​ທີ່ສຸດ. ກະສັດ​ເຫັນ​ໃນ​ຂະນະທີ່​ມື​ນັ້ນ​ກຳລັງ​ຂຽນ​ຢູ່.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ເປັນ​ພວກ​ທຳອິດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ງານລ້ຽງ​ສະຫລອງ ແລະ​ງານກິນລ້ຽງ​ຢ່າງ​ຟຸມເຟືອຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່ຄວນ​ຖື​ວ່າ​ພຣະເຈົ້າ​ເປັນ​ຄື​ຮູບເຄົາຣົບ​ທີ່​ເປັນ​ຄຳ, ທີ່​ເປັນ​ເງິນ, ຫລື​ເປັນ​ຫີນ ທີ່​ຖືກ​ແກະສະຫລັກ​ດ້ວຍ​ສິນລະປະ ດ້ວຍ​ສີມື​ຂອງ​ນາຍຊ່າງ​ຜູ້​ຊຳນານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka