ດານີເອນ 5:3 - ພຣະຄຳພີສັກສິ3 ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາຈອກຄຳແລະຖ້ວຍຄຳທີ່ໄດ້ເອົາມາຈາກພຣະວິຫານ, ວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມມາໃຫ້ເພິ່ນໃນທັນທີ ແລະທຸກຄົນຕ່າງກໍດື່ມເຫຼົ້າອະງຸ່ນຈາກພາຊະນະເຫຼົ່ານີ້ Uka jalj uñjjattʼäta |
ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ.
ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ.