ດານີເອນ 5:2 - ພຣະຄຳພີສັກສິ2 ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ. Uka jalj uñjjattʼäta |
ເພິ່ນໄດ້ເອົາເຄື່ອງໃຊ້ທີ່ເປັນຄຳ ແລະເປັນເງິນຂອງວິຫານຂອງພຣະເຈົ້າ ຊຶ່ງກະສັດເນບູກາດເນັດຊາໄດ້ຢຶດເອົາໄປຈາກພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໄດ້ນຳເອົາໄປໄວ້ຢູ່ໃນພຣະວິຫານທີ່ນະຄອນບາບີໂລນນັ້ນກັບຄືນມາ. ກະສັດໄຊຣັດໄດ້ສົ່ງເຄື່ອງເຫຼົ່ານີ້ໃຫ້ຊາຍຄົນໜຶ່ງຊື່ວ່າເຊັດບັດຊາ ຜູ້ທີ່ເພິ່ນໄດ້ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຢູດາຍ.
ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ.
ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ.