Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 5:16 - ພຣະຄຳພີສັກສິ

16 ບັດນີ້ ເຮົາ​ໄດ້ຍິນ​ວ່າ​ເຈົ້າ​ຄົ້ນຄວ້າ​ຕີ​ຄວາມໝາຍ ແລະ​ອະທິບາຍ​ຄວາມ​ເລິກລັບ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ບອກ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້​ໃຫ້​ເຮົາ​ຮູ້​ໄດ້ ເຈົ້າ​ກໍ​ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”

Uka jalj uñjjattʼäta Copia luraña




ດານີເອນ 5:16
9 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ພວກຂ້ອຍ​ຝັນ ແລະ​ບໍ່ມີ​ຜູ້ໃດ​ໃນ​ທີ່​ນີ້​ສາມາດ​ແກ້​ຄວາມຝັນ​ໄດ້.” ໂຢເຊັບ​ເວົ້າ​ຂຶ້ນ​ວ່າ, “ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຈະ​ແກ້​ໄດ້ ພວກທ່ານ​ລອງ​ເລົ່າ​ຄວາມຝັນ​ສູ່​ຂ້ານ້ອຍ​ຟັງ​ເບິ່ງດູ.”


ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, “ເຮົາ​ຝັນ ແລະ​ບໍ່ມີ​ໃຜ​ແກ້​ຄວາມຝັນ​ນັ້ນ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ສາມາດ​ແກ້​ຄວາມຝັນ​ໄດ້.”


ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.


ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.


ແຕ່​ຖ້າ​ພວກເຈົ້າ​ບອກ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້ ເຮົາ​ຈະ​ໃຫ້​ບຳເໜັດ​ແລະ​ກຽດຕິຍົດ​ອັນ​ຍິ່ງໃຫຍ່​ແກ່​ພວກເຈົ້າ. ດັ່ງນັ້ນ ຈົ່ງ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໃນ​ບັດນີ້.”


ແລ້ວ​ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ນຳ​ເອົາ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ມາ​ນຸ່ງ​ໃຫ້​ດານີເອນ​ໃນທັນທີ ແລະ​ຄ້ອງ​ຄໍ​ສາຍ​ສ້ອຍ​ກຽດຕິຍົດ​ໃຫ້​ລາວ. ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ນອກຈາກນີ້​ແລ້ວ ເພິ່ນ​ຍັງ​ເລືອກເອົາ​ດານີເອນ​ກັບ​ສອງ​ຄົນອື່ນ​ອີກ ໃຫ້​ເປັນ​ຜູ້​ກວດກາ​ຣາຊການ​ແຜ່ນດິນ ເພື່ອ​ດູແລ​ແລະ​ຮັກສາ​ຜົນປະໂຫຍດ​ຂອງ​ກະສັດ.


ຝ່າຍ​ຊີໂມນ, ເມື່ອ​ໄດ້​ເຫັນ​ວ່າ​ພຣະວິນຍານ ເປັນ​ທີ່​ຊົງ​ປະທານ​ດ້ວຍ​ການ​ວາງ​ມື​ຂອງ​ພວກ​ອັກຄະສາວົກ ກໍໄດ້​ນຳ​ເງິນ​ມາ​ຈະ​ໃຫ້​ທ່ານ​ທັງສອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka