ດານີເອນ 5:13 - ພຣະຄຳພີສັກສິ13 ດານີເອນຖືກນຳຕົວເຂົ້າມາຫາກະສັດໃນທັນທີ ແລະກະສັດກໍກ່າວແກ່ລາວວ່າ, “ເຈົ້າແມ່ນດານີເອນ ຊາວຢິວພັດຖິ່ນທີ່ພໍ່ຂອງເຮົາ ຜູ້ເປັນກະສັດໄດ້ນຳມາຈາກຢູດາຍ? Uka jalj uñjjattʼäta |
ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ.
ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ.