ດານີເອນ 5:12 - ພຣະຄຳພີສັກສິ12 ລາວມີຄວາມສາມາດຜິດທຳມະດາ, ເປັນຄົນສະຫລາດ ແລະຊຳນິຊຳນານໃນການແກ້ຄວາມຝັນ, ແກ້ບັນຫາ ແລະແກ້ຄວາມເລິກລັບທັງຫລາຍໄດ້; ສະນັ້ນ ຈົ່ງໃຊ້ຄົນໄປເອີ້ນດານີເອນຊາຍຄົນນີ້ເຂົ້າມາ (ຜູ້ທີ່ກະສັດໃສ່ຊື່ໃຫ້ໃໝ່ວ່າເບັນເຕຊັດຊາເຣ) ແລະລາວຈະບອກຄວາມໝາຍທັງໝົດນີ້ໃຫ້ແກ່ລູກ.” Uka jalj uñjjattʼäta |
ແລ້ວດານີເອນ (ຜູ້ມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ) ກໍອຸກໃຈຈົນເວົ້າຢ່າງໃດບໍ່ໄດ້. ກະສັດໄດ້ກ່າວຕໍ່ລາວວ່າ, “ເບັນເຕຊັດຊາເຣເອີຍ ຢ່າໃຫ້ຄວາມຝັນ ແລະສິ່ງທີ່ຈະເກີດຂຶ້ນນັ້ນ ເຮັດໃຫ້ເຈົ້າຕົກໃຈເລີຍ.” ເບັນເຕຊັດຊາເຣໄດ້ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຢາກໃຫ້ຄວາມຝັນ ແລະຄຳແກ້ຄວາມຝັນນັ້ນຕົກຖືກພວກສັດຕູຂອງທ່ານ ແທນທີ່ຈະຕົກຖືກທ່ານເອງ.