Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 5:11 - ພຣະຄຳພີສັກສິ

11 ຢູ່​ໃນ​ອານາຈັກ​ຂອງ​ລູກ​ນີ້​ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ. ເມື່ອ​ຄາວ​ພໍ່​ຂອງລູກ​ເປັນ​ກະສັດ ຊາຍ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ສະຫລາດ, ຄວາມ​ຮອບຮູ້ ແລະ​ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພວກ​ພຣະ. ກະສັດ​ເນບູ​ກາດເນັດຊາ​ຜູ້​ເປັນ​ບິດາ​ຂອງ​ລູກ ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ໝໍມໍ, ໝໍດູ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ.

Uka jalj uñjjattʼäta Copia luraña




ດານີເອນ 5:11
19 Jak'a apnaqawi uñst'ayäwi  

ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”


ຂ້ານ້ອຍ​ຄິດວ່າ​ຄຳສັນຍາ​ຂອງທ່ານ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ພົ້ນ​ໄດ້ ເພາະ​ກະສັດ​ກໍ​ປຽບ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ ທີ່​ແຍກ​ຄວາມດີ​ອອກ​ຈາກ​ຄວາມຊົ່ວ​ໄດ້. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ສະຖິດ​ຢູ່​ກັບ​ທ່ານ​ເຖີດ.”


ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ກວ່າ​ດາເນນ ຈົນ​ບໍ່ມີ​ຄວາມລັບ​ໃດໆ​ປິດບັງ​ເຈົ້າ​ໄວ້​ໄດ້.


ສະຕິປັນຍາ​ກັບ​ຄວາມ​ຊຳນິ​ຊຳນານ​ຂອງ​ເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ຮັ່ງມີ ດ້ວຍ​ຊັບສົມບັດ​ທີ່​ເປັນ​ຄຳ​ແລະ​ເງິນ.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ສິ່ງ​ທີ່​ທ່ານ​ກຳລັງ​ຖາມ​ນັ້ນ ຍາກ​ເກີນກວ່າ​ທີ່​ໃຜໆ​ສາມາດ​ໃຫ້​ຄຳຕອບ​ແກ່​ທ່ານ​ໄດ້ ນອກຈາກ​ເທບພະເຈົ້າ​ຜູ້​ທີ່​ບໍ່ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ​ເຮົາ.”


ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ຄວາມຝັນ​ຂອງເຮົາ​ເປັນ​ດັ່ງນີ້ແຫຼະ ເບັນເຕຊັດຊາເຣ​ເອີຍ ບັດນີ້​ຈົ່ງ​ແກ້​ຄວາມຝັນ​ນີ້​ໃຫ້​ເຮົາ​ແດ່. ບໍ່ມີ​ທີ່ປຶກສາ​ປະຈຳ​ວັງ​ຂອງເຮົາ​ຄົນໃດ​ແກ້​ໄດ້, ແຕ່​ເຈົ້າ​ແກ້​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ.”


ແຕ່​ເຮົາ​ໄດ້​ຝັນ​ຢ່າງ​ຕື່ນ​ຕົກໃຈ ແລະ​ເຫັນ​ນິມິດ​ອັນ​ໜ້າຢ້ານ ໃນ​ຂະນະທີ່​ເຮົາ​ນອນ​ຫລັບ​ຢູ່.


ເຮົາ​ຈຶ່ງ​ສັ່ງ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ ໃຫ້​ມາ​ຫາ​ເຮົາ​ເພື່ອ​ແກ້​ຄວາມຝັນ.


ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ບໍ່ແມ່ນ​ຄົນ​ເວົ້າ ແຕ່​ແມ່ນ​ພຣະ​ຕົນ​ໜຶ່ງ​ເວົ້າ.”


ເມື່ອ​ປະຊາຊົນ​ໄດ້​ເຫັນ​ການ​ທີ່​ໂປໂລ​ເຮັດ​ນັ້ນ ຕ່າງ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ກີລີເກຍ​ວ່າ, “ພວກ​ພະ​ແປງກາຍ​ເປັນ​ມະນຸດ ລົງ​ມາ​ຫາ​ພວກເຮົາ​ແລ້ວ.”


ຢູ່​ມາ​ວັນ​ໜຶ່ງ ພວກເຮົາ​ກຳລັງ​ໄປ​ບ່ອນ​ພາວັນນາ​ອະທິຖານ ແລະ​ມີ​ຂ້າທາດ​ຍິງ​ຜູ້ໜຶ່ງ​ມາ​ພົບ​ພວກເຮົາ, ຍິງ​ຜູ້​ນີ້​ມີ​ຜີຮ້າຍ​ສິງ ເຮັດ​ໃຫ້​ນາງ​ດູມໍ​ໄດ້, ນາງ​ດູມໍ​ຫາ​ເງິນ​ໃຫ້​ນາຍ​ຂອງຕົນ​ໄດ້​ຢ່າງ​ຫລວງຫລາຍ.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka